ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ​ອອກ​ຖະ​ແຫຼ​ງການ​​ຊຸກຍູ້​ເສດຖະກິດ​​ແບບໂລກາ​ພິວັດ
2017-03-27 11:16:21  cri 
ວັນ​ທີ 26 ມີນາ​ນີ້, ກອງ​ປະຊຸມ​ປະຈຳ​ປີ​ຂອງ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ 2017 ​ໄດ້​ອອກ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ຊຸກຍູ້​ເສດຖະກິດ​ແບບ​ໂລກາ​ພິວັດ ​ໂດຍ​ຮຽກຮ້ອງ​ໃຫ້​ລັດຖະບານ​ປະ​ເທດ​ຕ່າງໆ​ແລະ​ວົງ​ການ​ວິ​ສາ​ຫະກິດ​ໃນ​ໂລກ ຍຶດໝັ້ນ​ຊຸກຍູ້​ການ​​ໄຂ​ປະຕູ​​ຕະຫຼາດ,ການ​ເຕີບ​ໂຕ​​ແບບ​ກວມ​ລວມ​ແລະ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ ​ເພື່ອ​ຮັບປະກັນ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຮ່ວມ​ກັນ​ແລະ​ການ​ເຕີບ​ໂຕ​ແບບ​ຍືນ​ຍົງ​ຂອງ​ເສດຖະກິດ​ໂລກ.

ຖະ​ແຫຼ​ງການ​ຊີ້​ໃຫ້​ເຫັນ​ວ່າ, ​ເສດຖະກິດ​ໂລ​ກາ​ພິວັດມີ​ຜົນ​ມາ​ຈາກ​ຄວາມ​ກ້າວໜ້າ​ຂອງ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ,ການ​ໃຊ້​ມາດ​ຕະການສວນ​ທາງກັບ​ໂລກາ​ພິວັດ ບໍ່​ສາມາດ​ແກ້​ໄຂ​ບັນຫາ​ໃໝ່​ທີ່​ເກີດ​ຂຶ້ນ​ຍ້ອນ​ເສດຖະກິດ​ໂລກາ​ພິວັດ​ແລະ​ທີ່​ແຮງ​ກວ່າ​ນັ້ນ​ອີກ​ກໍ​ຄືຈະ​​ເປັນ​ສິ່ງ​ທ້າ​ທາຍ​ໃໝ່​ຕໍ່​ການ​ເຕີບ​ໂຕ​ຂອງ​ເສ​ດຖະກິດ​ໂລກ. ຈາກ​ນີ້​ທົ່ວ​ໂລກຈຶ່ງ​ຄວນ​ເດີນຕາມ​ເສດຖະກິດ​ໂລກາ​ພິວັດ​ຢ່າງ​ເປັນ​ເຈົ້າ​ຕົນ​ເອງ,ປະຕິ​ຮູບ​ລະບົບ​ການຄຸ້ມ​ຄອງ​ຂອງ​ໂລກ.

ຖະ​ແຫຼ​ງການ​ລະບຸຕື່ມ​ວ່າ: ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ​ແລະ​ບັນດາ​ຜູ້ຕາງໜ້າ​ປະ​ເທດ​ຕ່າງໆ​ລ້ວນ​ແຕ່ຍິນ​ດີ​ເພີ່ມ​ທະວີ​ການ​ຕິດ​ຕໍ່​ພົວພັນ,ການ​ປະສານ​ງານ​ແລະ​ການ​ຮ່ວມ​ມື​ໃນ​ຫຼາຍ​ດ້ານ ​ເພື່ອ​ຊຸກຍູ້​ເສດຖະກິດ​ໂລກາ​ພິວັດ​ພັດທະນາ​ໄປ​ຕາມ​ທິດ​​ເປີດ​ປະຕູ,​ກວມ​ລວມ,ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ແລະ​ດຸ່ນດ່ຽງກັນ ພ້ອມ​ທັງ​​ເສີມ​ຂະຫຍາຍ​ບົດບາດທີ່​ພິ​ເສດ​ຂອງ​ຕົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ