ສ້າງຄວາມເຂັ້ມແຂງ ໃຫ້ແກ່ຜູ້ປະກອບກິດຈະການໃໝ່ ໃນລຸ່ມແມ່ນ້ຳຂອງ
2017-03-27 17:02:11  cri 
      ຂປລ. ບັນດາ​ຜູ້​ປະກອບ​ກິດຈະການ​ໃໝ່​ ​ໃນ​ລຸ່ມ​ແມ່ນ້ຳຂອງຈາກ ສປປ ລາວ,​ ຫວຽດນາມ, ​ໄທ, ກຳປູ​ເຈຍ ​ແລະ ມຽນມາ ​ໄດ້​ຮ່ວມ
​ກັນ​ ຈັດຕັ້ງປະຕິບັດ​ກິດຈະກຳ ​ເພື່ອການ​ສົ່ງ​ເສີມ​ ຜູ້​ປະກອບ​ການ​ໃໝ່ ​ໃນ​ພູມີພາກ​ລຸ່ມ​ແມ່ນ້ຳຂອງ ຖືເປັນໜຶ່ງ​ໃນ​ໂຄງການ​ຊ່ວຍ​ເຫລືອ​
ຂອງລັດຖະບານ ​ສະຫະລັດ​ອາ​ເມ​ລິ​ກາພາຍ​ໃຕ້​ຊື່ Tigers@Mekong ​ແລະ ​ໂຄງການ Mekong Business Initiative (MBI)
​ເຊິ່ງ​ແມ່ນ​ໂຄງການ​ຊ່ວຍ​ເຫລືອ​ ສົ່ງ​ເສີມ​ພາກ​ເອກະ​ຊົນ​ ໃນ​ລຸ່ມ​ແມ່ນ້ຳຂອງ ​ໂດຍລັດຖະບານ​ ອົດ​ສະຕາລີ ​ແລະ ທະນາຄານ​ ພັດທະນາ
​ອາຊີ.
 
ທ່ານ ສົມ​ຈິດ ອິນທາ​ມິດ ຮອງ​ລັດຖະມົນຕີ​ ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​​ໄດ້​ກ່າວ​ໃນ​ກອງ​ປະຊຸມ ຜູ້​ມີບົດບາດ​ສົ່ງ​ເສີມ​ ຜູ້​ປະ
ກອບ​ກິດຈະການ​ໃໝ່ ​ໃນ​ລຸ່ມ​ແມ່ນ້ຳຂອງ ຄັ້ງທີ 2 ​ໃນ​ວັນ​ທີ 24 ມີນາ ນີ້ ຢູ່ນະຄອນຫລວງ​ວຽງ​ຈັນ ວ່າ: ​ເປົ້່າໝາຍ​ຫລັກ​ຂອງ​ກອງ​
ປະຊຸມ​ນີ້ ​ແມ່ນ​ແນ່​ໃສ່​ການ​ສ້າງ​ກິດຈະກຳ ​ສົ່ງ​ເສີມ​ຜູ້​ປະກອບ​ກິດຈະການ​ໃໝ່ ​ໃນ​ລະດັບ​ພູມ​ມີ​ພາກ ສະ​ແດງ​ອອກ ລະຫວ່າງ ​ການ​ດຳ​
ເນີນ​ກອງ​ປະຊຸມ ຜູ້​ເຂົ້າຮ່ວມ​ຈະ​ໄດ້​ມີ​ໂອກາດ ​ໃນ​ການ​ພັດທະນາ​ກິດຈະກຳ ​ສົ່ງ​ເສີມ​ຜູ້​ປະກອບ​ກິດຈະການ ​​ໃໝ່ດັ່ງກ່າວ ທີ່​ຈະ​ເຊື່ອມ​
ໂຍງ ຜູ້​ປະກອບກິດຈະການ​​ ໃນ​ພູມີພາກກັບ​ລູກ​ຄ້າ, ກຸ່ມ​ຜູ້​ໃຫ້​ຄຳ​ປຶກສາ ​ແລະລູກຈ້າງ ອັນ​ຈະ​ເຮັດ​ໃຫ້​ ຜູ້​ປະກອບ​ການ​ໃໝ່ ສາມາດ
​ເຂົ້າ​ເຖິງ​ແຫ​ລ່ງຂໍ້​ມູນ ​ແລະ ​ແຫ​ລ່ງທຶນ​​ໃນ​ລະດັບ​ພູມີພາກ ຜ່ານ​ອົງການ​ຈັດຕັ້ງຕ່າງໆ ​ໃນ​ແວດ​ວົງ​ຜູ້​ປະກອບ​ກິດຈະການ​ໃໝ່ ​ໃນ​ແຕ່
ລະ​ປະ​ເທດ​ຫລາຍ​ຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ