ນາຍົກ​ຈີນ​ຢ້ຽມຢາມນູ​ແວນ​ຊີ​ລັງ​ຢ່າງ​ເປັນ​ທາງ​ການ
2017-03-27 11:05:57  cri 
ຕາມ​ຂ່າວສານ​ຊິນ​ຮວາ: ຕອນ​ບ່າຍ​ວັນ​ທີ 26 ມີນາ, ​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ບິ​ວ ອິງ​ກລິ​ສ໌ ນາຍົກລັດຖະມົນຕີນູ​ແວນ​ຊີ​ລັງ, ທ່ານ​ຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ​ໄດ້​​ເດີນທາງ​ດ້ວຍ​ເຮືອບິນ​ພິ​ເສດ​​ເຖິງ​ສະໜາມ​ບິນ​ສາກົນ​ເວ​ວລັງ​ຕັນ ​​ເຊິ່ງ​ເປັນ​ການ​ເລີ່​ມຢ້ຽມຢາມ​ນູ​ແວນ​ຊີ​ລັງ​ຢ່າງ​ເປັນ​ທາງ​ການ.

​ໃນ​ໄລຍະ​ຢ້ຽມຢາມ​ນູ​ແວນ​ຊີ​ລັງ, ທ່ານ​ຫຼີ​ເຄີ້ສຽງ​ຈະ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ບິ​ວ ອິງ​ກລິ​ສ໌, ​ເຂົ້າ​ຮ່ວມເປັນ​ສັກຂີ​ພິຍານ​​ໃນການ​ລົງ​ນາມ​ໃນ​ສັນຍາ​ຮ່ວມມື​ສອງ​ຝ່າຍ ​ແລະ​ຮ່ວມຖະ​ແຫຼ​ງ​ຂ່າວ. ນອກຈາກ​ນີ້ ນາຍົກລັດຖະມົນຕີສອງປະ​ເທດ​ຍັງ​ຈະ​​ຢ້ຽມຢາມ​ໂຄງການ​ຮ່ວມ​ມື​ຈີນ-ນູ​ແວນ​ຊີ​ລັງ, ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຄຳນັບຂອງ​ສະມາຊິກ​ຄະນະ​ກຳມະການ​ຊຸກຍູ້​ການ​ພົວພັນ​ນູ​ແວນ​ຊີ​ລັງ-ຈີນ, ​ເຂົ້າ​ຮ່ວມ​ກິດຈະກຳ​ແລກປ່ຽນ​ວັດທະນະທຳ ​ແລະ​ອື່ນໆ ຢູ່​ອັອກ​ແລນ. ຂະນະ​ດຽວ​ກັນ ທ່ານ​ຫຼີ​ເຄີ້ສຽງ​​ຈະ​ພົບ​ປະ​ທ່ານ​ປັດ​ຊີ ​ເຣດີ ຂ້າ​ຫຼວງ​ໃຫຍ່​ນູ​ແວນ​ຊີ​ລັງ, ທ່ານ​ອັນ​ດຣູ ລິດ​ເຕວ ປະທານ​ພັກ​ກຳມະກອນ​ນູ​ແວນ​ຊີ​ລັງ ​ແລະ​ທ່ານ​ອື່ນໆ.

ຫຼັງ​ສຳ​ເລັດການ​ຢ້ຽມຢາມ​ອົສຕຣາລີ​ຢ່າງ​ເປັນ​ທາງ​ການ ​ແລະ​ເຂົ້າ​ຮ່ວມ​ການ​ພົບ​ປະປະຈຳ​ປີລະ​ຫວ່າງ​ນາຍົກລັດຖະມົນຕີຈີນ-ອົສຕຣາລີ​ຮອບ​ທີ 5 ​ແລ້ວ​ທ່ານ​ຫຼີ​​ເຄີ້ສຽງ​ໄດ້​ເດີນ​ທາງ​ດ້ວຍ​ເຮືອບິນ​ພິ​ເສດ​​ເຖິງເວ​ວລັງ​ຕັນ ສືບ​ຕໍ່​ຢ້ຽມຢາມ​ນູ​​ແວນ​ຊີ​ລັງ​ຢ່າງ​ເປັນ​ທາງ​ການ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ