ເຈົ້າ​ໜ້າ​ທີ່​ທະຫານ​ອາ​ເມ​ລິ​ກາ​ຮັບສາລະພາບ​ວ່າ​ໄດ້​ໂຈມ​ຕີ​ໂມ​ຊູນ​ແທ້
2017-03-27 11:21:10  cri 
ຕາມ​ຂ່າວສານ​ຈີນ: ​ເຈົ້າ​ໜ້າ​ທີ່​ທະຫານ​ອາ​ເມ​ລິ​ກາ​ໄດ້​ຮັບສາລະພາບ​ໃນ​ວັນ​ທີ 25 ມີນາ​ນີ້​ວ່າ, ກອງ​ທະ​ຫານ​ຫຼາຍ​ປະ​ເທດ​ທີ່​ນຳ​ໂດຍ​ອາ​ເມ​ລິ​ກາ​ໄດ້​​ໂຈມ​ຕີ​ເຂດ​ໂມ​ຊູນ​ປະ​ເທດ​ອີຣັກທາງ​ອາກາດ​ໃນ​ວັນ​ທີ 17 ມີນາ​ນີ້. ​ຂະນະ​ທີ່ເຈົ້າ​ໜ້າ​ທີ່​​ແລະ​ປະຊາ​ຊົນ​ອີຣັກກໍ​ໄດ້​ບອກ​ກ່ອນ​ໜ້າ​ນີ້​ວ່າ, ການ​​ໂຈມ​ຕີ​ດັ່ງກ່າວໄດ້​ເຮັດ​ໃຫ້​ຫຼາຍ​ກວ່າ 200 ຄົນ​ເສຍ​ຊີວິດ ​​​ໂດຍໃນ​ນັ້ນ​ສ່ວນ​ຫຼາຍ​ແມ່ນ​ປະຊາຊົນ. ​ແນວ​ໃດ​ກໍ​ດີ ​ເຈົ້າ​ໜ້າ​ທີ່​ທະຫານ​ອາ​ເມ​ລິ​ກາ​ກໍພວມ​ກວດກາເລື່ອງ​ນີ້​.

ສື່​ມວນ​ຊົນ​ອາ​ເມ​ລິ​ກາ​ໄດ້​​ເປີດ​ເຜີຍຂໍ້​ມູນ​ຈາກ​ການ​ບອກຂອງ​ເຈົ້າ​ໜ້າ​ທີ່​ອີຣັກວ່າ, ສາມາດ​ກອບ​ກູ້​ຊາກ​ສົບ 83 ຄົນ​ອອກ​ຈາກ​ຊາກ​ອາຄານ​ໄດ້​ແລ້ວ ​ເຊິ່ງມີທັງ​ແມ່ຍິງ ​ແລະ​ເດັກນ້ອຍ ​ແລະ​ການ​ກອບ​ກູ້ຍັງ​ພວມ​ດຳ​ເນີນ​ການ​ຢ່າງ​ຂຸ້ນ​ຂ້ຽວ. ​ແນວ​ໃດ​ກໍ​ດີ ຂ່າວສານ​ລອຍ​ເຕີ​ຂອງ​ອັງກິດ​​ໄດ້​ລາຍ​ງານວ່າ, ສາມາດ​ກອບ​ກູ້​ສົບ​ຈາກ​ຊາກ​ອາຄານ​​ໄດ້ແລ້ວກວ່າ 200 ຄົນ.

ພາຍຫຼັງ​ເຈົ້າ​ໜ້າ​ທີ່​ທະຫານ​ອາ​ເມ​ລິ​ກາ​ຮັບສາລະພາບ​ການ​​ໂຈມ​ຕີ​ເທື່ອ​ນີ້​ແລ້ວ, ​ເຈົ້າ​ໜ້າ​ທີ່​ທະຫານ​ອີຣັກ​ກໍ​ໄດ້ແຈ້ງ​ໃນ​ວັນ​ທີ 25 ມີນາ​ນີ້​ວ່າ, ຈາກ​ການ​ທີ່​ປະຊາຊົນ​ເສຍ​ຊີວິດຢ່າງ​ຫຼວງ​ຫຼາຍ​, ​ຈິ່ງໄດ້​ຢຸດ​ເຄື່ອນ​ໄຫວ​ທາງ​ການ​ທະຫານ​ຢູ່​ເຂດ​ໂມ​ຊູນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ