ຈີນ-ນູ​ແວນ​ເຊ​ລັງ​ເຫັນ​ພ້ອມ​ລົງ​ເລິກ​ສ້າງ​ໜຶ່ງ​ແລ​ວທາງ​ໜຶ່ງ​ເສັ້ນທາງ
2017-03-28 10:53:51  cri 

ຕອນເຊົ້າວັນທີ 27 ມີນານີ້ ຕາມເວລາທ້ອງຖິ່ນ, ທ່ານຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນໄດ້ພົບປະກັບ​ທ່ານ​ບິ​ວອິງ​ກລິ​ສ ນາຍົກລັດຖະມົນຕີນູ​ແວນ​ເຊ​ລັງ​ຢູ່​ນະຄອນຫຼວງ​ເວ​ວລິງ​ຕັນ​ປະ​ເທດ​ດັ່ງກ່າວ.

ສອງ​ຝ່າຍ​ເປັນ​ເອກະ​ພາບ​ກັນ​ເຫັນ​ດີ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​, ລົງ​ເລິກ​ການ​ຮ່ວມ​ມື​ໃນ​ການສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ", ຮ່ວມ​ມື​ຄົ້ນຄວ້າ​ແລະ​ຮ່ວມ​ກັນ​ຊົມ​​ໃຊ້​ຂໍ້​ມູນ​ຂ່າວສານ​ໃຫ້​ຫຼາຍ​ຂຶ້ນ ທັງ​​ເປີດ​ກວ້າງ​ການ​ຮ່ວມ​ມື​ດ້ານ​ທຸລະ​ກິດ​ເອ​ເລັກ​ໂຕຣນິກຂ້າມ​ຊາດ. ​ເພີ່ມ​ທະວີ​ການ​ເປີດ​ປະຕູ​ ​ການ​ຄ້າ​ແລະ​ການ​ລົງ​ທຶນ​ຕື່ມ​ອີກ ​ແລະ​ຍົກ​ລະດັບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ໃຫ້​ສູງ​ຂຶ້ນ, ທັງ​ຊຸກຍູ້​ຂະ​ບວນການ​ໂລກາ​ວິວັດທາງ​ເສດຖະກິດຢ່າງ​ເດັດດ່ຽວ​ໜຽວ​ແໜ້ນ, ​ເລັ່ງລັດ​ຊຸ​ກຍູ້​ການ​ເຈລະຈາ​ສັນຍາ​ຄູ່​ຮ່ວມ​ມື​ເສດຖະກິດ​ຮອບດ້ານ​ໃນ​ພາກ​ພື້ນ​ຫຼືRCEP, ​ເສີມ​ຂະຫຍາຍ​ບົດບາດ​ທີ່​ດີ​ເພື່ອ​​ຊຸກຍູ້​ການ​​ເຕີບ​ໂຕ​ຂອງ​ເສດຖະກິດ​ໂລກ​,ສ້າງສັນຕິພາບ,ສະ​ຖຽນລະ​ພາບ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ໃນ​ພາກ​ພື້ນ.

ຂະນະ​ດຽວ​ກັນ,ສອງ​ຝ່າຍ​ຍັງ​ໄດ້​ລົງ​ເລິກ​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ບັນຫາ​ສາກົນ​ແລະ​ພາກ​ພື້ນ​ທີ່ສົນ​ໃຈ​ຮ່ວມ​ກັນ.

ຫຼັງ​ການ​ພົບ​ປະ​ເຈລະຈາ, ນາຍົກ​ທັງ​ສອງ​ປະ​ເທດ​ຍັງ​ໄດ້​ຮ່ວມ​ກັນ​ເປັນ​ສັກຂີ​ພິຍານ​ການ​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື​ຫຼາຍ​ສະບັບ​ໃນ​ຂົງ​ເຂດ​ຕ່າງໆ​​ເປັນ​ຕົ້ນ ​ເສດຖະກິດ​ການ​ຄ້າ,ວັດທະນະທຳ,ການ​ສຶກສາ, ວິທະຍາສາດ​ເຕັກ​ໂນ​ໂລ​ຊີ,ດ່ານ​ພາສີ,ການທ່ອງທ່ຽວ​ແລະ​ອື່ນໆ.

1 2 3
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ