ສາວ​ຝຣັ່ງສົນ​ໃຈ​ການ​ແພດ​ຈີນ
2017-03-28 16:45:48  cri 

ນາງ​ແອນ​ນາ ສາວ​ຝຣັ່ງ​ເລີ່​ມຮຽນ​ພາສາ​ຈີນ​ໃນ​ຕອນ​ຮຽນ​ຢູ່​ໂຮງຮຽນ​ມັດທະຍົມ​ປາຍ​ແລະ​ກ່ອນ​ໜ້າ​ນີ້ 3 ປີ, ນາງ​ໄດ້ຮັບ​ການ​ຍົກ​ລະດັບ​ພາສາ​ຈີນ​ຢູ່​ສະ​ຖາ​ບັນ​ຂົງຈື້ປະ​ເທດອັງກິດ.ຈາກ​ນັ້ນນາງ​ກໍ​ໄດ້​ເດີນທາງ​ມາ​ຮຽນ​ວິຊາ​ການແພດ​ຈີນ​ລະດັບ​ປະລິນຍາ​ໂທ​ຢູ່​ຈີນ​ແລະ​ຜ່ານການ​ຮຽນມາ​ເປັນ​ເວລາ 2 ປີ​ກວ່າ​ໄດ້ ​ເຮັດ​ໃຫ້​ນາງ​ແອນ​ນາ​ຍິ່ງ​ຫຼົງ​​ໃຫຼ​ນຳ​ແພດສາດ​ຈີນ​ທີ່​ມີ​ເນື້ອ​ຫາ​ຄວາມ​ຮູ້​ເລິກ​ເຊິ່ງກວ້າງຂວາງ. ນາງ​ບອກ​ນັກ​ຂ່າວ​ວ່າ: ປັດຈຸບັນ, ​ແພດສາດ​ຈີ​ນ​​ເປັນ​ທີ່​ຍອມຮັບຢ່າງ​ກວ້າງຂວາງ​ຢູ່​ເອີຣົບ, ຂະນະ​ທີ່ຢູ່​ເມືອງ​ລີ​ອົງ ບ້ານ​ເກີດ​ຂອງ​ຂ້ອຍ​ກໍ​ມີ​ຮ້ານ​ຮ້ານ​ພະຍາບານ​ພື້ນ​ເມືອງ​ຈີນ​ຈຳນວນ​ຫຼາຍ ​ແລະ​ຫຼັງ​ຮຽນ​ຈົບ​ກໍຫວັງ​ຈະ​ນຳ​ເອົາ​ຄວາ​ມຮູ້​ການແພດ​ຈີນ​​ເມື່ອເປີດ​ຮ້ານ​ພະຍາບານ​ພື້ນ​ເມືອງແພດສາດ​ຈີນ​ຢູ່​ບ້ານ​ເກີດຂອງ​ຕົນໃນ​ຕໍ່ໜ້າ.


1 2 3 4 5
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ