ແຂວງ​ສານ​ຊີ​ໂຄສະນາ​ການ​ຮ່ວມ​ມື​ເສດ​ຖະກິດ​ການ​ຄ້າແລະ​ທ່ອງ​ທ່ຽວຢູ່ກຳ​ປູ​ເຈຍ
2017-03-28 15:33:20  cri 

ງານ​ໂຄສະນາ​ການ​ຮ່ວມ​ມື​ເສດຖະກິດການ​ຄ້າ​ແລະ​ທ່ອງ​ທ່ຽວ​ແຂວງສານ​ຊີ​ຈີນ-ກຳປູ​ເຈຍ ​ໄດ້​ຈັດ​ຂຶ້ນຢູ່​ນະຄອນຫຼວງພະນົມ​ເປັນ ​ໂດຍ​ທ່ານ​ປັນ ​​ໂຊຣາຊັກ ລັດຖະມົນຕີການ​ຄ້າກຳປູ​ເຈຍ, ທ່ານ​ສົງ​ປໍ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ກຳປູ​ເຈຍ ​ແລະ ທ່ານ​ຮູ​ເຫີ​ຜິ​ງ ​ເຈົ້າ​ແຂວງ​ແຂວງ​ສານ​ຊີ​ເຂົ້າຮ່ວມ​.

ທ່ານ​ສົງ​ປໍ ກ່າວ​ວ່າ: ​ເມື່ອ​ຕົ້ນປີ​ນີ້, ທ່ານ​ປັນ ​ໂຊຣາຊັກ ລັດຖະມົນຕີ​ການ​ຄ້າ​ກຳປູ​ເຈຍ ​ໄດ້​ນຳພາ​ຄະນະ​ເດີນທາງ​ຢ້ຽມຢາມ​ແຂວງ​ສານ​ຊີ ​ແລະ​ປະສົບ​ຜົນສຳ​ເລັດ​ໃນ​ການ​ໂຄສະນາ​ນະ​ໂຍບາຍການ​ຄ້າ​ກຳປູ​ເຈຍ​ ​ເຊິ່ງ​​ເປັນ​ການ​ສ້າງ​ຂົວ​ຮ່ວມ​ມື​ໃນ​ການ​ເຊື່ອມ​ຕໍ່​ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ແລະ "ຍຸດ​ທະ​ສາດ 4 ​ແຈ" ຂອງ​ກຳປູ​ເຈຍ. ຈາກ​ນີ້​ຈຶ່ງຫວັງ​ວ່າ​​ຈະ​ຫັນ​ທ່າ​ແຮງ​ຈາກ​ການ​ຊ່ວຍ​ໜູນ​ກັນຂອງ​ແຕ່​ລະ​ຝ່າຍກາຍ​ເປັນໂອກາດ​ຮ່ວມ​ມື​ການ​ຄ້າທີ່​ແທ້​ຈິງ.

ສອງ​ຝ່າຍ​ໄດ້​ລົງ​ນາມ​ໃນບົດ​ບັນທຶກ​ຮ່ວມ​ມືຫຼາຍສະບັບຫຼັງງານ​ໂຄສະນາ​ດັ່ງກ່າວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ