ການ​ສົ່ງ​ເມ​ດ່ວນ​ຂອງ​ຈີນ​ກວມກວ່າ 40% ຂອງ​ໂລກ
2017-03-28 16:44:50  cri 

ກົມ​ໄປສະນີ​ແຫ່ງ​ຊາດ​ຈີນ​ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ​ດັດຊະນີ​ການ​ພັດທະນາ​ຂະ​ແໜງ​ການ​ສົ່ງ​ເມ​ດ່ວນ​ປະ​ເທດ​ຕົນ​ປີ 2016 ​ໃນ​ວັນ​ທີ 28 ມີນາ​ນີ້ ​ໂດຍ​ລະບຸ​ວ່າ ປະ​ລິ​ມານ​ການ​ສົ່ງ​ເມ​ດ່ວນ​ຂອງ​ຈີນ​ສືບ​ຕໍ່​ຢູ່​ອັນ​ດັບ 1 ຂອງ​ໂລກ ​ໂດຍ​ກວມກວ່າ 40% ​ແລະ​ປະກອບສ່ວນ​ຕໍ່​ການ​ເຕີບ​ໂຕ​ຂອງ​ປະລິມານ​ການ​ສົ່ງ​​ເມ​ດ່ວນ​ໂລກ​ເຖິງ 60%.

ທ່ານ​​ເກິງ​ຢ້ຽນ ຜູ້​ຮັບຜິດ​ຊອບ​ພະ​ແນ​ກການ​ຄຸ້ມ​ຄອງແລະ​ຄົ້ນຄວ້າຕະຫຼາດ ສູນ​ຄົ້ນຄວ້າ​ພັດ​ທະ​ນາ​ກົມ​ໄປສະນີ​ແຫ່ງ​ຊາດ​ຈີນ ກ່າວ​ວ່າ: ການ​ສົ່ງ​ເມ​ດ່ວນ​ໄດ້​ຂະຫຍາຍຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ ທັງ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ທີ່​ສຳຄັນ​ໃນ​ການ​ບໍລິການ​ການ​ເຄື່ອນ​ຍ້າຍ​ອຸດສາຫະກຳ​ພາຍ​ໃນ​ປະ​ເທດ, ການເຮັດ​ໃຫ້ຜະລິດຕະພັນ​ກະສິກຳ​ຈໍລະ​ຈອນ​ໄດ້ຢ່າງ​ສະດວກ, ການ​ຊຸກຍູ້​ຄວາມສະ​ເໝີ​ພາບ​​ໃນ​ການ​ບໍລິ​ໂພ​ກ ​ແລະ​ອື່ນໆ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ