ທ່ານ​ທຣຳຈະ​ອອກ​ດຳລັດ​ຍົກ​ເລີກນະ​ໂຍບາຍ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ​ຂອງ​ທ່ານ​ບາຣັກ ​ໂອ​ບາ​ມາ
2017-03-28 16:46:44  cri 

ທ່ານ​ເຊ​ນ ສະປິ​ເຊີ ​ໂຄສົກ​ທຳນຽບຂາວ​ອາ​ເມ​ລິ​ກາ ກ່າວ​ໃນ​ວັນ​ທີ 27 ມີນາ​ນີ້​ວ່າ: ທ່ານ​ທຣຳ ປະທານາທິບໍດີ​ອາ​ເ​ມລິ​ກາ​ຈະ​ອອກດຳລັດ​ໃນ​ວັນ​ທີ 28 ມີນາ​ນີ້ ​ເພື່ອ​ຍົກ​ເລີກນະ​ໂຍບາຍ​​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ "ທີ່​ບໍ່​ຈຳ​ເປັນ" ​​ແລະ​ປະຕິບັດ​ໃນ​ສະ​ໄໝ​ລັດຖະບານ​ໂອ​ບາ​ມາ.

ທ່ານ​ສະປິ​ເຊີ ກ່າວຕື່ມ​ວ່າ: ດຳລັດ​ໃໝ່ຈະ​ເຮັດ​ໃຫ້​ລາຄາພະລັງງານ​ແລະ​ໄຟຟ້າຂອງ​ອາ​ເມ​ລິ​ກາ​ຢູ່​ໃນ​ລະດັບ​ທີ່ "ສົມ​ເຫດ​ສົມ​ຜົນ, ມີ​ຄວາມ​ຮັບປະກັນ ​ແລະ ສະອາດ" ທັງ​ຊຸກຍູ້​ການ​ເຕີບ​ໂຕ​ຂອງ​ເສດຖະກິດ ​ແລະ ສ້າງ​ວຽກ​ເຮັດ​ງານ​ທຳ.

ກ່ອນ​ນີ້​ມື້ໜຶ່ງ, ທ່ານ​ສະ​ກອດ ປຣູອິດ ຫົວໜ້າ​ກົມ​ອະນຸລັກ​ສິ່ງ​ແວດ​ລ້ອມ​ຄົນ​ໃໝ່​ຂອງ​ອາ​ເມ​ລິ​ກາ ​ໄດ້​ຢືນຢັນ​ວ່າ: ດຳລັດ​ໃໝ່​ນີ້​ຈະຍົກ​ເລີກ "​ແຜນການ​ພະລັງງານ​ໄຟຟ້າ​ທີ່​ສະອາດ" ທີ່​ລັດຖະບານ​ໂອ​ບາ​ມາ​ວາງ​ອອກ​ເມື່ອ​ປີ 2015 ​ເຊິ່ງ​ແຜນການ​ດັ່ງກ່າວ​ແມ່ນ​ໃຈກາງ​ນະ​ໂຍບາຍ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ​ຂອງ​ລັດຖະບານ​ໂອ​ບາ​ມາ ​ເພື່ອຫຼຸດຜ່ອນ​ການ​ລະບາຍ​ອາຍ​ພິດ​ເຮືອນ​ແກ້ວ​ຈາກ​ໂຮງ​ຜະລິດ​ໄຟຟ້າ​ອາ​ເມ​ລິ​ກາ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ