ອີ​ຕາ​ລີ​ຈັດ​ງານ​ວາງສະ​ແດງ​ແມງກະ​ເບື້ອ​ເຂດ​ຮ້ອນ
2017-03-28 17:49:55  cri 

 

ວັນ​ທີ 24 ມີນາ​ນີ້,ງານ​ວາງສະ​ແດງ​ແມງກະ​ເບື້ອ​ເຂດ​ຮ້ອນ​ໄດ້​​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ຢູ່​ນະຄອນຫຼວງ​ໂຣມປະ​ເທດ​ອີ​ຕາ​ລີ​ໂດຍ​ໄດ້​ວາງສະ​ແດງ​ແມງກະ​ເບື້ອ​ເປັນ 30 ກວ່າ​ຊະນິດ 400 ກວ່າ​ໂຕ ​ເຊິ່ງ​​ແມງກະ​ເບື້ອ​ເຫຼົ່ານີ້​ຈັດ​ວາງ​ຢູ່​ໃນ​ເຮືອນ​ແກ້ວ​ທີ່​ຈຳລອງ​ສະພາບ​ແວດ​ລ້ອມ​ປ່າ​ເຂດ​ຮ້ອນ ​ແລະ​ຈຸດ​ເດັ່ນ​ຂອງ​ງານ​ນີ້​ຄື​ກິ່ນ​ໂຕ​ຂອງ​ນັກ​ທ່ອງ​ທ່ຽວ​ສາມາດ​ດຶງ​ດູດຄວາມ​ສົນ​ໃຈ​ດ້ວຍ​ການບິນ​ມາ​ຈັບ​ຂອງ​ແມງກະ​ເບື້ອ. ຜູ້​ຈັດ​ງານ​ຢືນຢັນ​ວ່າ ການຈັດ​ງານ​ວາງສະ​ແດງ​ກໍ​ເພື່ອ​ເຕືອນ​ແລະ​ຍົກ​ສູງ​ສະຕິ​ຂອງ​ນັກ​ທ່ອງ​ທ່ຽວ​ໃຫ້​ເຫັນຄວາມ​ສຳຄັນ​ຂອງ​ລະບົບ​ນິ​ເວດ ​ແລະ​ງານ​ວາງສະ​ແດງ​ດັ່ງກ່າວຈະ​ດຳ​ເນີນ​ໄປ​ຈົນ​ເຖິງ ວັນ​ທີ 4 ມິຖຸນາ​.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ