ຈີນ​ແລະ​ນູ​ແວນ​ຊີ​ລັງ​ຈະ​ເລີ່​ມ​ເຈລະຈາ​ຍົກ​ລະດັບ​ສັນຍາ​ການ​ຄ້າ​ເສລີ​ລະຫວ່າງ​ສອງ​ປະ​ເທດ
2017-03-28 14:23:46  cri 
ພາຍຫຼັງ​ທ່ານ​ຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ ​ໄດ້​ພົບ​ປະເຈລະຈາ​ກັບ​ທ່ານ​ບິ​ວ ອິງ​ກລິ​ສ໌ ນາຍົກລັດຖະມົນຕີນູ​ແວນ​ຊີ​ລັງ​ໃນ​ວັນ​ທີ 27 ມີນາ​ນີ້​ແລ້ວ, ນາຍົກລັດຖະມົນຕີສອງປະ​ເທດກໍ​ໄດ້​ຮ່ວມ​ກັນຖະ​ແຫຼ​ງວ່າ, ຈີນ​ແລະ​ນູ​ແວນ​ຊີ​ລັງ​ຈະ​ເລີ່​ມເຈລະຈາ​ຍົກ​ລະດັບ​ສັນຍາ​ການ​ຄ້າ​ເສລີ​ລະຫວ່າງ​ສອງ​ປະ​ເທດ​ໃນ​ໄວໆ​ນີ້ ​ແລະ​ໃນ​ມື້​ດຽວ​ກັນ ​ສອງ​ຝ່າຍກໍ​ໄດ້​ລົງ​ນາມ​ໃນ​ເອກະສານ​ຮ່ວມ​ມື 9 ສະບັບ​, ລວມທັງ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈການ​ຮ່ວມ​ມື "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ເຊິ່ງ​ເປັນ​ປະ​ເທດ​ພັດທະນາ​ປະ​ເທດ​ທຳ​ອິດ​ທີ່​ໄດ້ເຊັນ​ສັນຍາ​ໃນ​ລັກສະນະ​ນີ້​ກັບ​ຈີນ.

ຈີນ​ແລະ​ນູ​ແວນ​ຊີ​ລັງ​ໄດ້​ພົວພັນກັນ​ບົນ​ພື້ນຖານ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດທີ່​ແໜ້ນ​ແຟ້ນ ​ແລະ​ນູ​ແວນ​ຊີ​ລັງກໍ​ເປັນ​ປະ​ເທດ​ຕາ​ເວັນ​ຕົກ​ປະ​ເທດ​ທຳ​ອິດ​ທີ່​ເຂົ້າ​ຮ່ວມ​ສ້າງຕັ້ງ​ທະນາຄານ​ລົງທຶນ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ອາຊີ. ຂນະ​ທີ່ປັ​ດຈຸ​ບັນ ກໍ​ໄດ້​ກາຍ​ເປັນ​ປະ​ເທດ​​ພັດທະນາ​ປະ​ເທດ​ທຳ​ອິດ​ທີ່​​ເລີ່​ມເຈລະຈາ​ຍົກ​ລະດັບສັນຍາ​ການ​ຄ້າ​ເສລີ​ກັບ​ຈີນ.

ປັດຈຸບັນ, ຈີນ​ແລະ​ນູ​ແວນ​ຊີ​ລັງ​ໄດ້​ສ້າງ​ສາຍພົວພັນ​ເສດຖະກິດ​ການ​ຄ້າ​ຮ່ວມ​ກັນ​ໄດ້​ເປັນ​ຢ່າງດີ​ທັງ​ໝັ້ນຄົງ​ຍາວ​ນານ ​ແລະ​ຈັງຫວະ​ການ​ເຕີບ​ໂຕຂອງມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍໄດ້​ລື່ນ​​ຈັງຫວະ​ເຕີບ​ໂຕ​ຂອງ​ເສດຖະກິດ​ສອງ​ປະ​ເທດ. ການ​ຢ້ຽມຢາມ​ນູ​ແວນ​ຊີ​ລັງ​ຂອງທ່ານ​ນາຍົກລັດຖະມົນຕີຈີນ​​ຄັ້ງ​ນີ້ ​​ໄດ້ເຮັດ​ໃຫ້​ສອງ​ຝ່າຍ​ເປັນ​ເອກະ​ພາບ​ກັນ​ສູງຕໍ່​ການ​ຍົກ​ລະດັບ​ສັນຍາ​ການ​ຄ້າ​ເສລີ ​ເຊິ່ງຈະ​ມີ​ຜົນ​ດີ​ຕໍ່​ການ​ພັດທະນາການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ ​ແລະ​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະຊາຊົນ​ສອງ​ຊາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ