ຊ່ວຍລູກ​ເຮືອ​ມາ​ເລ​ເຊຍທີ່​ຖືກ​ລັກ​ພາ​ຕົວ 5 ຄົນ​ໝົດ​ແລ້ວ
2017-03-28 14:36:49  cri 
ຕາມ​ຂ່າວສານ​ຈີນ: ທ່ານ​ນາ​ຈິບ ຕຸ​ນ ຣາຊັກ ນາຍົກລັດຖະມົນຕີ​ມາ​ເລ​ເຊຍໄດ້​ເປີດ​ເຜີຍ​ຢູ່​ເພດ​ສ່ວນ​ໂຕຂອງ​ຕົນ​ໃນ twitter ວ່າ, ພາຍຫຼັງສາມາດ​ຊ່ວຍ​ລູກ​ເຮືອ​ມາ​ເລ​ເຊຍ​ສອງ​ຄົນ​ທີ່​ຖືກ​ອົງການ​ອາ​ບູຊາ​ຢັຟລັກ​ພາ​ຕົວແລະ​ສົ່ງ​ກັບ​ຄືນ​ນະຄອນຫຼວງ​ກົວ​ລາ​ລຳ​ເປີ​ແລ້ວ, ລູກ​ເຮືອ​ມາ​ເລ​ເຊຍ 5 ຄົນ​ທີ່​ຖືກ​ອົງການ​ດັ່ງກ່າວ​ລັກ​ພາ​ຕົວ​ເປັນ​ເວລາ 8 ​ເດືອນ​ກໍ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ທັງ​ໝົດ​ແລ້ວ.

ທັງ​ນີ້​ເມື່ອວັນ​ທີ 18 ກໍລະກົດ 2016, ມີ​ເຮືອ​ 2 ລຳທີ່​ເດີນທາງ​ຈາກ​​ເມືອງ​ຊັນ​ດາ​ກັນມຸ່ງ​ໜ້າ​ສູ່​ເມືອງ​ເຊັມປໍ​ນາຈອດ, ​ແລະ​ມື້​ຖັດມາ, ຕຳຫຼວດກໍ​ໄດ້​ຢືນຢັນ​ວ່າ ລູກ​ເຮືອ​ມາ​ເລ​ເຊຍ 5 ຄົນ​ຢູ່​ເຮືອຖືກ​ລັກ​ພາ​ຕົວ.

ຂ່າວ​ແຈ້ງ​ຕື່ມ​ວ່າ, ກຸ່ມ​ລັກ​ພາ​ຕົວ​ໄດ້​ຮຽກຄ່າ​ໄຖ່​​ປະມານ 4 ​ແສນ​ໂດ​ລາ​ສະຫະລັດຕໍ່​ຄົນ, ທັງ​ນີ້ສື່​ມວນ​ຊົນມາ​ເລ​ເຊ​ຍ​ລາຍ​ງານວ່າ, ​ເຈົ້າ​ໜ້າ​ທີ່​ທະຫານ​ຟີ​ລິປິ​ບ​ຊ່ວຍ​ໃຫ້ສອງ​ຄົນ ​ແລະອີກ​ສາ​ມຄົນ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອໃນ​ວັນ​ທີ 27 ມີນາ. ຈາກ​ນັ້ນ ທ່ານ​ນາ​ຈິບ​ກໍ​ໄດ້ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ເຈົ້າ​ໜ້າ​ທີ່​ທະຫານ​ຟີ​ລິບ​ປິນ ​ແລະ​ກ່າວ​ວ່າ ນີ້ຄືຜົນ​ແຫ່ງ​ການ​ຮ່ວມ​ມື​ຢ່າງ​ຈິງ​ໃຈ​ລະຫວ່າງ​ລັດຖະບານ​ມາ​ເລ​ເຊຍ​ແລະລັດຖະບານ​ຟີ​ລິບ​ປິນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ