ໄຫ​ຫຼຳ​ເປີດຖ້ຽວບິນ​ສູ່ພາກ​ເໜືອ​ໄທ​ເປັນ​ຄັ້ງ​ທຳ​ອິດ
2017-03-28 14:51:42  cri 
ຕາມ​ຂ່າວສານ​ຈີນ: ຖ້ຽວ​ບິນ​​ຍົນເໝົາລຳຈາກ​ເມືອງ​ໄຫ​ໂຂ​ແຂວງ​ໄຫ​ຫຼຳຈີນສູ່​ຊຽງ​ໃໝ່​ປະ​ເທດ​ໄທ​ທີ່​ບໍລິສັດ​ສາຍ​ການບິນ​ຫຼຽນ​ເຫີ​ໄຫ​ຫຼຳ​ແລະ​ບໍລິສັດ​ສາຍ​ການບິນ​ນະຄອນຫຼວງ​ຮ່ວມ​ດຳ​ເນີນ​ທຸລະ​ກິດ​ນັ້ນ ​ໄດ້​ເປີດ​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການ​ໃນ​ຕອນ​ເຊົ້າ​ວັນ​ທີ 27 ມີນາ​ນີ້, ຂະນະ​ທີ່​ວັນ​ທີ 31 ​ເດືອນ​ດຽວ​ກັນຈະ​ເປີດ​ຖ້ຽວ​ບິນ​ຊຽງ​ລາຍ​ ​ແລະ​ນີ້​ເປັນ​​ເທື່ອ​ທຳ​ອິດ​ທີ່ແຂວງ​ດັ່ງກ່າວ​ເປີດຖ້ຽວ​ບິນສູ່​ພາກ​ເໜືອປະ​ເທດໄທ​.

ຂ່າວ​ແຈ້ງ​ຕື່ມ​ວ່າ, ຖ້ຽວ​ບິນ​ແຕ່​ໄຫ​ໂຂ​ຫາ​ຊຽງ​ໃໝ່ຈະ​ບໍລິການ​ອາທິດ​ລະ​ຖ້ຽວ ​ໂດຍ​ຈະ​ເລີ່​ມອອກຈາກ​ເມືອງ​ໄຫ​ໂຂ​ໃນ​ຕອນ​ເຊົ້າ​ 7 ​ໂມງ 45 ນາທີ​ທຸກ​ວັນ​ຈັນຕາມ​ເວລາ​ປັກ​ກິ່ງ ​ແລະ​ເດີນທາງ​​ເຖິງ​ຊຽງ​ໃໝ່​ໃນ​ເວລາ 9 ​ໂມງ 50 ນາທີຕາມ​​ເວລາ​ຊຽງ​ໃໝ່; ສ່ວນ​ຂ້າ​ກັບ​ອອກ​ຈາກ​ຊຽງ​ໃໝ່ 11 ​ໂມງ 25 ນາທີ​ເຖິງ​ເມືອງ​ໄຫ​​ໂຂ​ໃນ​ເວລາ 14 ​ໂມງ 55 ນາທີຕາມ​ເວລາ​ປັກ​ກິ່ງ. ​ເຈົ້າ​ໜ້າ​ທີ່​ບໍລິສັດ​​ການບິ​ນຫຼຽນ​ຫີ​ໄຫ​ຫຼຳຈີນ​ກ່າວ​ວ່າ, ການ​ເປີດ​ສອງ​ຖ້ຽວ​ບິນ​ດັ່ງກ່າວ​ຈະ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ແຂວງ​ໄຫ​ຫຼຳ​ ທັງ​ກໍ​ຈະ​ຊຸກຍູ້​ການ​ໄປມາຫາສູ່​ແລະ​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ​ ​ກໍ​ຄືເສ​ດຖະກິດ​ການ​ຄ້າ​ລະຫວ່າງ​ແຂວງ​ໄຫ​ຫຼຳກັບປະ​ເທດ​ໄທ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ