ຈີນ-ຟີ​ລິບ​ປິນຈະ​ຈັດ​ກອງ​ປະຊຸມ​ກົນ​ໄກ​ສອງ​ຝ່າຍ​ຫາລື​ບັນຫາ​ທະ​ເລ​ຈີນ​ໃຕ້
2017-03-29 11:01:38  cri 
ທ່ານ​ນາງ​ຮວາ​ຊຸນ​ຢິງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ຢືນຢັນ​ໃນການ​ຖະ​ແຫຼ​ງ​ຂ່າ​ວ ​ປົກກະຕິ​ໃນ​ວັນ​ທີ 28 ມີນາ​ນີ້​ວ່າ: ​ໄດ້​​ເຊີນ​ຜູ້​ຊີ້​ນຳ​ທີ່ກ່ຽວຂ້ອງ​ຂອງ​ກ​ະຊວງ​ການ​ຕ່າງປະ​ເທດ​ຟີ​ລິບ​ປິນມາ​ຈີນ​ໃນ​ເດືອນ​ພຶດສະພາ​ປີ​ນີ້​ເພື່ອ​ຮ່ວມ​ກັນຈັດ​ກອງ​ປະຊຸມ​ກົນ​ໄກ​ສອງ​ຝ່າຍ​​ຫາລື​ບັນຫາ​ທະ​ເລ​ຈີ​ນ​ໃຕ້​ຄັ້ງ​ທຳ​ອິດ.

ທ່ານ​ນາງ​ຮວາ​ຊຸນ​ຢິງກ່າວ​ວ່າ, ດ້ວຍຄວາມ​ເປັນ​ເອກະ​ພາບ​ທີ່​ສຳຄັນ​ຂອງ​ຜູ້ນຳ​ຈີນ-ຟີ​ລິບ​ປິນທີ່​ໄດ້​ຕົກລົງ​ຮ່ວມ​ກັນນັ້ນ, ​ການ​ຫາລື​ທາງ​ການ​ທູດ​ຈີນ-ຟີ​ລິບ​ປິນ​ເທື່ອ​ທີ 20 ທີ່​ຈັດ​ຂຶ້ນ​ໃນ​​ເດືອນ​ມັງກອນ​ປີ​ນີ້​, ກໍ​ໄດ້ເຫັນ​ດີ​ສ້າງ​ຕັ້ງ​ກົນ​ໄກ​ຫາລື​ບັນຫາ​ທະ​ເລ​ຈີນ​ໃຕ້ລະຫວ່າງ​ຈີນ-ຟີ​ລິບ​ປິນ​ໂດຍ​ໃຫ້​ກະຊວງ​ການ​ຕ່າງປະ​ເທດ​ຂອງ​ສອງ​ປະ​ເທດ​ຊີ້​ນຳ​ການ​ຫາລື​ບັນຫາ​ທີ່​ສອງ​ຝ່າຍ​ສົນ​ໃຈ​ຮ່ວມ​ກັນ​ພ້ອມ​ດ້ວຍ​ ​ສົ່ງ​ເສີມ​ການ​ຮ່ວມ​ມື​ທາງ​ທະ​ເລ​ແລະ​ຄວາມ​ໝັ້ນຄົງ​ທາງ​ທະ​ເລ.

ທ່ານ​ນາງ​ຮວາ​ຊຸນ​ຢິງກ່າວ​ຕື່ມ​ວ່າ ບາດກ້າວ​ຕໍ່​ໄປ,ຈີນ​ຍິນ​ດີ​ສືບຕໍ່​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ສົນທະນາ​ກັບ​ຟີ​ລິບ​ປິນ, ​ເພື່ອ​ຄວບ​ຄຸມ​ຄວາມ​ເຫັນ​ຂັດ​ແຍ້​ງກັນ​ໃຫ້​ເໝາະ​ສົມ, ຊຸກຍູ້​ການ​ຮ່ວມ​ມື​ທາງ​ທະ​ເລ, ສ້າງ​ບັນຍາກາດ​ໃຫ້​ແກ່​ການ​ຮ່ວມ​ມື​ຕົວ​ຈິງລະຫວ່າງ​ສອງ​ຝ່າຍ​ໃນ​ບັນດາ​ຂົງ​ເຂດ​ໃຫ້​ດີ​ແລະ​ເຮັດ​ໃຫ້ສາຍ​ພົວພັນ​ຈີນ-ຟີ​ລິບ​ປິນຂະຫຍາຍຕົວ​ຢ່າງ​ປອດ​ໃສ​ແລະ​ໝັ້ນ​ທ່ຽງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ