ເກີດ​ການ​ປະ​ທະ​ກັນ​ລະຫວ່າງ​ຕຳຫຼວດ​ກັບ​ປະຊາຊົນນະຄອນຫຼວງ​ປາຣີຫຼັງ​ເກີດ​ເຫດ​ຊາວ​ຈີນ​ຖືກ​ຍິງ​ເສຍ​ຊີວິດ
2017-03-29 16:52:18  cri 

ຄື​ນວັນ​ທີ 26 ມີນາ​ນີ້,ຊາຍຈີນ​ຈາກເມືອງ​ຊິງ​ທຽນ​ແຂວງ​ເຈີ້​ຈ່ຽງທີ່​ດຳລົງ​ຊີວິດ​ຢູ່​ເຂດ 19 ນະຄອນຫຼວງ​ປາຣີປະ​ເທດ​ຝຣັ່ງ​ໄດ້ຖືກ​ເຈົ້າ​ໜ້າ​ທີ່​ຕຳຫຼວດບຸກຍິງ​ຢູ່​ເຮືອນ​ຜູ້ກ່ຽວ​ຈົນ​ເສຍ​ຊີວິດ​. ຂ່າວສານAFPລາຍ​ງານ​ວ່າ:ຫຼັງ​ເກີດ​ເຫດ,ປະຊາຊົນເຂດ​ຊຸມ​ຊົນ​ເຊື້ອສາຍ​ອາຊີ​​ໃນນະຄອນຫຼວງ​ປາຣີ​ໄດ້​​​ເດີນ​ຂະ​ບວນປະ​ທ້ວງ​ຕໍ່​ເຫດການ​ດັ່ງກ່າວ​ແລະ​ເກີດການ​ປະ​ທະ​ກັນຢ່າງຮຸນ​ແຮງ. ຂະນະ​ທີ່ເຈົ້າ​ໜ້າ​ທີ່​ຕຳຫຼວດຝຣັ່ງຢືນຢັນ​ໃນ​ວັນ​ທີ 28 ມີນາ​ນີ້​ວ່າ: ສາມາດຈັບ​ກຸມ​ຜູ້​ປະ​ທ້ວງ​ໄດ້ 35 ຄົນ.

1 2 3 4
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ