ນູ​ແວນ​ເຊ​ລັງ​ລິ​ເລີ່​ມສ້າງ​ກົນ​ໄກ​ຊຸກຍູ້ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"
2017-03-29 15:53:43  cri 

ທ່ານ​ປີ​ເຕີ ກຸດ​​ເຟ​ໂລ ປະທານ​ພັກ​ຊົນຊາດ​ນູ​ແວນ​ເຊ​ລັງ ​ເຊິ່ງ​ເປັນພັກ​ກຳ​ອຳນາດ ​ ພ້ອມ​ດ້ວຍ​ທ່ານ​ຢາງ​ຈ້ຽນ ສະມາຊິກ​ລັດຖະສະພາ ຊາວ​ນູ​ແວນ​ເຊ​ລັງ​ເຊື້ອສາຍ​ຈີນ ແລະທ່ານ​ອື່ນໆ ​ໄດ້​ປະກາດ​ໃນ​ວັນ​ທີ 28 ມີນາ​ນີ້​ວ່າ ຈະ​ຮ່ວມລິ​ເລີ່​ມສ້າງ​ກົນ​ໄກ​ຊຸກຍູ້ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ".

ຂ່າວ​ແຈ້ງວ່າ, ກົນ​ໄກ​ດັ່ງກ່າວ​ມີ​ປະສິດທິພາ​ບສູງ​ຕໍ່ການຈັດ​ສັນ​ຊັບພະຍາກອນ ​ແລະ ຄວາມ​ສາມາດ​ການ​ເຊື່ອມ​ຕໍ່​ກັນ ​ໂດຍ​ການອີງ​ໃສ່​ທັດສະນະ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ແລະ​ຜ່ານ​ການ​ປະດິດ​ສ້າງ​ຮູບ​ແບບ​ໃໝ່​ແລະສະທ້ອນ​ຕໍ່​ກັນ ສຸມ​ໃສ່​ແກ້​ໄຂ​ບັນຫາ​ຄວາມ​ຕ້ອງການ​ຂອງ​ອົງການ​ຈັດຕັ້ງ, ບຸກຄົນ​ ​ໃນ​ການ​ຊອກ​ຫາ​ໂອກາດ​ການ​ຄ້າ, ຜູ້​ສື່​ກາງ, ການ​ເຈລະຈາ​ການຮ່ວມ​ມື, ສ້າງ​ຄວາມ​ຮູ້​ໃຫ້​ແກ່​ຕົນ​ເອງ, ຊອກ​ຊ່ອງ​ທາງ ​ແລະ​ອື່ນໆ ​ເພື່ອ​ເຂົ້າຮ່ວມ​ການ​ກໍ່ສ້າງ​ໃນ​ຂອບ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ".

ກ່ອນ​ໜ້າ​ນີ້, ທ່ານ​ໂຮ້ຈ້ຽນສຽງ ສະມາຊິກ​ລັດຖະສະພາສັງກັດ​ພັກ​ແຮງ​ງານ​ນູ​ແວນ​ເຊ​ລັງ ​ເຊິ່ງ​ເປັນພັກ​ຝ່າຍ​ຄ້ານ​ທີ່​ໃຫຍ່​ທີ່​ສຸດ ກໍ​ໄດ້​ປະກາດ​ໃນ​ວັນ​ທີ 21 ມີນາ​ນີ້​ວ່າ ການສ້າງຕັ້ງອົງການຫົວ​ກະທິ​ແລະ​ສະມາ​ຄົມ​ມູນ​ນິທິ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​​ຫວັງ​ຈະ​​ເຮັດ​ໃຫ້ຊ່ອງ​ທາງ​ການ​ລົງທຶນ​ແລະລະດົມ​ທຶນລະຫວ່າງ​ນູ​ແວນ​ເຊ​ລັງ​-ຈີນທະລຸ​ໂລ່າງ​ໄປ​ດ້ວຍ​ດີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ