ວິສາ​ຫະກິດ​ຈີນ​ລົງທຶນກວ່າ 3 ຕື້​ໂດ​ລາ​ສະຫະລັດ​ໃນ​ອຸດສາຫະກຳ​ນ້ຳມັນ​ເຊື້ອ​ໄຟ​ເຄມີ​ບຣູໄນ
2017-03-29 15:56:01  cri 

​ຫວ່າງ​ມໍ່ໆ​ມາ​ນີ້​, ກຸ່ມ​ບໍລິສັດ​ເຫິງ​ຢີ້​ເຈີ້​ຈ່ຽງ ວິ​ສາ​ຫະກິດ​ນ້ຳມັນ​ເຊື້ອ​ໄຟ​ເຄມີ​ພາກ​ເອກະ​ຊົນ​ຈີນ ​ໄດ້​ປະກາດ​ຢູ່​ເມືອງ​ບັນດາ​ເສຣີ​ເບ​ກາ​ວັນ​ຢ່າງ​ເປັນ​ທາງ​ການວ່າ: ບໍລິສັດຕົນ​​ຕົກລົງລົງທຶນ​​ໃນ​ອຸດສາຫະກຳ​ນ້ຳມັນ​ເຊື້ອ​ໄຟ​ເຄມີ ພ້ອມ​ຂົງ​ເຂດ​ທີ່​ກ່ຽວຂ້ອງຂອງ​ບຣູ​ໄນ.

ບໍລິສັດ​ອຸດສາຫະກຳ​ເຫິງ​ຢີ້ SDN BHD ບຣູ​ໄນຈຳກັດ ທີ່​ຮ່ວມ​ສ້າງຕັ້ງຂຶ້ນ​ໂດຍ​ກຸ່ມບໍລິສັດ​ເຫິງ​ຢີ້​ແລະບຣູ​ໄນນັ້ນ ​ໄດ້​ຮ່ວມ​ກັບ​ກົມ​ພະລັງງານ​ ​ແລະ ກົມ​ພັດທະນາ​ເສດຖະກິດບຣູ​ໄນ ລົງ​ນາມ​ໃນສັນຍາ​ດຳ​ເນີນໂຄງການ​ນ້ຳມັນ​ເຊື້ອ​ໄຟ​ເຄມີ​ເກາະ​ປູ​​ເລົາ​ມົວຣາ ​ໃນ​ວັນ​ທີ 27 ມີນາ​ນີ້.

ຂ່າວ​ແຈ້ງວ່າ, ​ໂຄງການ​ດັ່ງກ່າວຈະ​ລົງທຶນ​​ໃນໄລຍະທີ​ໜຶ່ງ​ 3 ຕື້ 445 ລ້​ານ​ໂດ​ລາ​ສະຫະລັດ ແລະຈະສາມາດ​ກັ່ນ​ແລະ​ຜະລິດ​ນ້ຳມັນ​ເຊື້ອ​ໄຟ 8 ລ້ານ​ໂຕນ​ຕໍ່​ປີ. ​ໃນ​ສັນຍາ​ໄດ້​ລະບຸ​ວ່າ: ​ລັດຖະບານ​ບຣູ​ໄນ​ສະໜັບສະໜູນບໍລິສັດ​ເຫິງ​ຢີ້ກໍ່ສ້າງ​ແລະ​ບໍລິຫານ​ໂຄງການ, ຂະນະ​ດຽວ​ກັນ ບໍລິສັດ​ກໍ​ແບກ​ຫາບ​ຄວາມ​ຮັບຜິດຊອບ​ທາງ​ເສດຖະກິດ​ແລະ​ສັງຄົມ​ໃນ​ລະດັບ​​ໜຶ່ງ ລວມທັງ​ສ້າງ​​ວຽກ​ເຮັດ​ງານ​ທຳ ​ແລະ ​ໂອກາດທຸລະ​ກິດ​ການ​ຄ້າ​ໃຫ້​ແກ່​ທ້ອງ​ຖິ່ນ, ຊຸກຍູ້​ການ​ລົງທຶນ​ໂດຍ​ກົງ​ຈາກ​ນັກທຸລະກິດ​ຕ່າງປະ​ເທດ ​ແລະ​ອື່ນໆ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ