ຈະ​ສ້າງ​ທາງ​ເດີນ​ເຮືອ​ຕາມ​ລຳ​ແມ່​ນ້ຳ​ລ້ານ​ຊ້າງ​-ແມ່​ນ້ຳ​ຂອງ​ໃຫ້​ເຮືອຂະໜາດ​ບັນທຸກ 500 ​ໂຕນ​ແລ່ນ​ໄດ້
2017-03-29 15:58:35  cri 

​ວັນ​ທີ 28 ມີນາ​ນີ້ ​ໄດ້​ເລີ່​ມ​ດຳ​ເນີນໂຄງການກໍ່ສ້າງທາງ​ເດີນ​ເຮືອ​ຊັ້ນ 4 ​ແຕ່ຫຼັກໝາຍ​ຊາຍ​ແດນ​ເລກ 244 ຫາ​ທ່າ​ເຮືອຫຼິນຊາງ ຕາມ​ລຳ​ແມ່​ນ້ຳ​ລ້ານ​ຊ້າງ​ແຂວງ​ຢຸນນານ ສປ ຈີນ ​ໂດຍ​ໂຄງການ​ນີ້​ແມ່ນ​ໂຄງການ​ພື້ນຖານ​ໂຄງ​ລ່າງ​ການ​ຄົມມະນາຄົມ​ທາງ​ນ້ຳ​ທີ່​ສຳຄັນ ​ເພື່ອ​ຊຸກຍູ້ການ​ພັດທະນາ​ເສດຖະກິດ​ໃນ​ເຂດ​ການ​ຄ້າ​ເສລີ​ອາ​ຊຽນ ​ແລະ ​ເຂດ​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ. ຫຼັງສຳ​ເລັດ​ການ​ກໍ່ສ້າງ​ໂຄງການ, ​ແມ່​ນ້ຳ​ລ້ານ​ຊ້າງ​ຕອນ​ແຕ່​ເມືອງຫຼິນຊ່າງ​ແຂວງ​ຢຸນນານ​ຫາຫຼັກໝາຍ​ຊາຍ​ແດນ​ຈີນ-ມຽນມາເລກ 244 ທີ່ຍາວ 418 ກິ​ໂລ​ແມັດ ຈະ​ເຮັດ​ໃຫ້ເຮືອ​ຂະໜາດ​ບັນທຸກ 500 ​ໂຕນສາມາດ​​ແລ່ນໄດ້​ຕະຫຼອດປີ ​ເຊິ່ງຈະ​ສາມາດ​ຍົກ​ລະດັບ​ການ​ເຊື່ອມ​ຈອດ​ໃນ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ໃຫ້​ສູງ​ຂຶ້ນຢ່າງຫຼວງຫຼາຍ.

​ເມື່ອ​ປີ 2014, ລັດ​ຖະບານ​ຈີນ​ໄດ້​ສະ​ເໜີ​​ຈະ​ສະໜອງ​ທຶນ 100 ລ້ານ​ຢວນ ນຳ​ໃຊ້​ໃນ​ການ​ຈັດຕັ້ງປະຕິ​ບັດ​ເບື້ອງ​ຕົ້ນກ່ຽວ​ກັບ​ໂຄງການ​ຍົກ​ລະດັບ​ທາງ​ເດີນ​ເຮືອ​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ ​ໄລຍະ​ສອງ ​ແລະ​ເດືອນ​ເມສາ​ປີ 2016 ກໍ​ໄດ້​ເລີ່​ມຈັດຕັ້ງປະຕິບັດ​ໂຄງການ​ຍົກ​ລະດັບ​ທາງ​ເດີນ​ເຮືອ​ຕາມ​​ແມ່​ນ້ຳ​ລ້ານ​ຊ້າງ​-​ແມ່​ນ້ຳຂອງ​ຕອນ​ແຕ່ຫຼັກໝາຍ​ຊາຍ​ແດນ​ຈີນ-ມຽນມາເລກ 243 ຫາຫຼວງພະ​ບາງ ສປປ ລາວ ທັງ​ໝົດ​ຍາວ 631 ກິ​ໂລ​ແມັດ ຢ່າງ​ເປັນ​ທາງ​ການ ​ແລະ​ປັດຈຸບັນ ພວມ​ສຳຫຼວດພາກ​ສະໜາມ​ຢູ່​​ລາວ​ແລະ​ມຽນມາ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ