ອຸຍນີ​ເຊັຟ ຮຽກຮ້ອງ​ໃຫ້​ຝ່າຍ​ຕ່າງໆ​ຊ່ວຍ​ບໍລິຈາກ 255 ລ້ານ​ໂດ​ລາ​ສະຫະລັດ​ເພື່ອ​ຕ້ານ​ໄພ​ອຶດ​ຫິວ
2017-03-29 16:11:36  cri 

ວັນ​ທີ 28 ມີນາ​ນີ້, ກອງ​ທຶນ​ເພື່ອ​​ເດັກນ້ອຍ ອົງການ​ສະຫະ​ປະຊາ​ຊາດ ຫຼື UNICEF ໄດ້ຮຽກຮ້ອງ​ໃຫ້​ຝ່າຍ​ຕ່າງໆ​ຊ່ວຍ​ບໍລິຈາກ 255 ລ້ານ​ໂດ​ລາ​ສະຫະລັດ​ເພື່ອຕ້ານ​ໄພ​ອຶດ​ຫິວທີ່​ອາດ​ຈະ​​ກະທົບ​ເຖິງ​ເດັກນ້ອຍ​ເກືອບ 1 ລ້ານ 4 ​ແສນ​ຄົນ​ຢູ່​ນີ​ເຊ​ລີ, ​ໂຊ​ມາລີ, ຊູ​ດັງ​ໃຕ້, ​ເຢ​ແມນ ​ແລະ​ປະ​ເທດ​ອື່ນໆ.

ຂ່າວ​ແຈ້ງວ່າ, ​ເງິນ​ບໍລິຈາກ​ງວດ​ນີ້​ຈະ​ນຳ​ໃຊ້​ໃນ​ການສະໜອງອາຫານ, ນ້ຳ​ດື່ມ, ການ​ປິ່ນປົວ​ສຸຂະພາບ ​ແລະ​ອື່ນໆ ຢູ່ບັນດາປະ​ເທດ​ດັ່ງກ່າວ​ໃນຫຼາຍ​ເດືອນ​ຕໍ່ໜ້າ​ນີ້.

ຂ່າວ​ແຈ້ງ​ຕື່ມ​ວ່າ, ທ່ານອັນ​ໂຕ​ນີ​ໂອ ກູ​ເຕີ​ເຣັສ ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ ​ໄດ້​ກ່າວ​ໃນ​ພິທີ​ຖະ​ແຫຼງຂ່າວ​ເມື່ອ​ເດືອນ​ຜ່ານ​ມາ​ວ່າ: ຢູ່​ນີ​ເຊ​ລີ, ​ໂຊ​ມາລີ, ຊູ​ດັງ​ໃຕ້ ​ແລະ ​​ເຢ​ແມນ ມີ​ກວ່າ 20 ລ້ານຄົນ​ຜະ​ເຊີນ​ກັບ​ໄພ​ອຶດ​ຫິ​ວ ​ແລະ​ຕ້ອງການ​ຊ່ວຍ​ເຫຼືອດ່ວນ 4 ຕື້ 400 ລ້ານ​ໂດ​ລາ​ສະຫະລັດ, ​ແຕ່ປັດຈຸບັນ ທຶນ​ຊ່ວຍ​ເຫຼືອງວດນີ້ສ່ວນຫຼາຍຍັງ​ບໍ່​ໄດ້​ຮັບ​ບໍລິຈາກເທື່ອ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ