ອິນ​ໂດ​ເນ​ເຊຍ​ປະ​ທ້ວງ​ເອີຣົບ​ແລະ​ອາ​ເມ​ລິ​ກາ​​ເກັບ​ພາສີ​ຕ້ານ​ການ​ຂາຍ​ເທ​ຕະຫຼາດ​ເຊື້ອ​ໄຟ​ຊີວະພາບ
2017-03-29 16:14:04  cri 

ລັດຖະບານ​ອິນ​ໂດ​ເນ​ເຊຍ​ໄດ້​ຍື່ນ​ໜັງສື​ຕໍ່​ອົງການ​ການ​ຄ້າ​ໂລກ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 27 ມີນາ​ນີ້ ​ເພື່ອ​ປະ​ທ້ວງ​ສະຫະພາບ​ເອີຣົບ ​ແລະ ອາ​ເມ​ລິ​ກາ​ເກັບ​ພາສີ​ຕ້ານການ​ຂາຍ​ເທ​ຕະຫຼາດ​ເຊື້ອ​ໄຟ​ຊີວະ​ພາ​ບຂອງປະ​ເທດ​ຕົນ.

ຂ່າວ​ແຈ້ງວ່າ, ນັບ​ແຕ່​ສະຫະພາບ​ເອີຣົບ​ໄດ້​ຍົກ​ອັດຕາ​ພາສີ​ຕ້ານ​ການ​ຂາຍ​ເທ​ຕະຫຼາດຕໍ່​ອິນ​ໂດ​ເນ​ເຊຍ​ຈາກ 8,8% ຂຶ້ນ​ເປັນ 23,3% ​ເມື່ອ​ປີ 2013 ​ເປັນຕົ້ນມາ, ປະ​ເທດ​ດັ່ງກ່າວ​ຕ້ອງ​​ໄດ້ຈ່າຍ​ເພີ່ມ​ເພື່ອການ​ສົ່ງ​ອອກ​ນ້ຳມັນ​ປາມ​ 102 ​ເອີ​ໂຣຕໍ່​​ໂຕນ, ຂະນະ​ທີ່ອາ​ເມ​ລິ​ກາກໍ​ປະຕິບັດ​ຕາມ​ສະຫະພາບ​ເອີຣົບ ​ໂດຍ​ໄດ້​ຍົກ​ອັດຕາ​ພາສີ​ຈາກ 8,8% ຂຶ້ນ​ເປັນ 20,5%. ຈາກ​ການ​ເພີ່ມ​ອັດຕາ​ພາສີ​ທີ່​ສູງ​ຂຶ້ນ ຍອດ​ມູນ​ຄ່າຜະລິດ​ຕະພັນ​ທີ່​ກ່ຽວຂ້ອງ​ຂອງ​ອິນ​ໂດ​ເນ​ເຊຍ​ທີ່​ສົ່ງ​ອອກ​ໄປ​ ເອີຣົບ ​ໄດ້ຫຼຸດຈາກ 635 ລ້ານ​ໂດ​ລາ​ສະຫະລັດ​ເມື່ອ​ປີ 2013 ລົງ​ເປັນ 9 ລ້ານ​ໂດ​ລາ​ສະຫະລັດ​ເມື່ອ​ປີ 2016.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ