ເປີດເສັ້ນທາງ​ການບິນ​ໂດຍກົງ​ປັກ​ກິ່ງ-ພູ​ເກັດ​
2017-03-29 11:12:59  cri 
ຫວ່າງ​ມໍ່​ໆ​ມາ​ນີ້,ບໍລິສັດ​ການບິນ​ໄທຫຼື Thai Airways ​ໄດ້​ເປີດ​ບໍລິການ​ເສັ້ນທາງ​ການບິນ​​ໂດຍ​ກົງແຕ່ນະຄອນຫຼວງ​ປັກ​ກິ່ງ​ ສປ ​ຈີນ​ຫາ​​ເກາະ​ພູ​ເກັດ. ຂະນະ​ທີ່​ເຈົ້າ​ໜ້າ​ທີ່​ອົງການທ່ອງ​ທ່ຽວ​ແຫ່ງ​ຊາດ​ໄທ​ກ່າວ​ວ່າ:ປັດຈຸບັນ​ໄດ້​​ເປີດ​ບໍລິການເສັ້ນທາງ​ການບິນ​​ໂດຍ​ກົງຈີນ-ພູ​ເກັດ​ 23 ສາຍ​ແລະ​ການ​​ເໝົາ​ຍົນ 1 ສາຍ.

​ຫຼາຍ​ປີຜ່ານມາ, ​ເກາະ​ພູ​ເກັດປະ​ເທດໄທ​ແມ່ນ​ໜຶ່ງ​ໃນ​ແຫຼ່ງທ່ອງ​ທ່ຽວ​ທີ່​ໄດ້​ຮັບຄວາມນິຍົມຊົມຊອບຈາກນັກທ່ອງທ່ຽວຈີນຫຼາຍທີ່ສຸດ.ຂະນະ​ທີ່​ກ່ອນ​ໜ້າ​ນີ້​ບໍ່​ດົນ,ບໍລິສັດການບິນສາຍໃຕ້ຈີນຫຼື China Southern Airlinesກໍໄດ້ເປີດເສັ້ນທາງການ​ບິນໂດຍກົງ​ລະຫວ່າງເມືອງ​ເຈ່ຍ​ຢາງ​ແຂວງ​ກວາງຕຸ້ງ​ຈີນ-​ເກາະ​ພູ​​ເກັດ​ຂອງ​ໄທອາທິດ​ລະ​ຖ້ຽວ.

​ເຈົ້າ​ໜ້າ​ທີ່​ອົງການທ່ອງ​ທ່ຽວ​ແຫ່ງ​ຊາດ​​ໄທ​ກ່າວ​ວ່າ: ​ເສັ້ນທາງ​ການບິນ​ປັກ​ກິ່ງ-​ເກາະ​ພູ​ເກັດ​ທີ່​ບໍລິສັດ​ການບິນ​ໄທ​ເປີດ​ໃນ​ຄັ້ງ​ນີ້ ຈະສາມາດດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຈີນ​ໄປ​ທ່ຽວ​ເກາະ​ພູ​ເກັດ​​ໄດ້ຫຼາຍ​ກວ່າ​ເກົ່າ ​ໂດຍ​ສະ​ເພາະ​ໃນ​ໄລຍະ​ວັນກຳມະກອນ​ສາກົນທີ 1 ພຶດສະພາ​ ​ແລະ​ ວັນຊາດ​ຈີນທີ 1 ຕຸລາ​​ໃນ​ແຕ່ລະ​ປີ, ນັກ​ທ່ອງ​ທ່ຽວ​ຈີນ​ທີ່​ໄປ​ທ່ຽວ​ພູ​ເກັດ​ຈະ​ເພີ່ມ​ຫຼາຍ​ຂຶ້ນ​ກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ