ຈະ​ກໍ່ສ້າງ​ໂຄງ​ລ່າງ​ປ້ອງ​ກັນ​ດິນ​ແດນ​ແຫ່ງ​ຊາດຢູ່​ເກາະ​ທະ​​ເລ​ຈີນ​ໃຕ້ຫຼື​ບໍ່​ແມ່ນ​ເລື່ອງ​​ອະທິປະ​ໄຕ​ຂອງ​ຈີນ
2017-03-29 15:30:33  cri 
​ໃນ​ການ​ຖະ​ແຫຼ​ງຂ່າວ​​ໃນ​ວັນ​ທີ 28 ມີນາ​ນີ້, ທ່ານ​ນາງ ຮວ້າຊຸ່ນຢີງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ຂະນະ​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ການ​ສ້າງ​ສະໜາມ​ບິນ​ໃໝ່​ຢູ່​ເກາະ​ທະ​ເລ​ຈີນ​ໃຕ້​ວ່າ: ຈະ​ພັດທະນາ​ໂຄງ​ລ່າງ​ປ້ອງ​ກັນ​ດິນ​ແດນ​ແຫ່ງ​ຊາດ​ທີ່​ຈຳ​ເປັນຢູ່​ດິນ​ແດນ​ຂອງ​ຕົນ​ຫຼື​ບໍ່​ນັ້ນແມ່ນ​ເລື່ອງ​ ​ອະທິປະ​ໄຕ​ຂອງ​ຈີນ​ແລະກໍ​ແມ່ນ​ສິດ​ປ້ອງ​ກັນ​,​ສິດປົກ​ປັກຮັກສາຕາມທີ່​ກົດໝາຍ​ສາກົນ​​ໃນ​ຖານະ​ປະ​ເທດ​ອະທິປະ​ໄຕ.

ທ່ານ​ນາງ ຮວ້າຊຸ່ນຢີງ ກ່າວ​ວ່າ: ​ໝູ່​ເກາະ​ນານ​ຊ່າ​ແມ່ນ​ດິນ​ແດນດັ້ງ​ເດີມ​ຂອງ​ຈີນ ​ເຊິ່ງຈີນ​ດຳ​ເນີນ​ການ​ກໍ່ສ້າງ​ຢູ່​ດິນ​ແດນ​ຂອງ​ຕົນ ກໍ​ເພື່ອ​ປັບປຸງ​​ຊີວິດ​ການ​ເປັນ​ຢູ່​ແລະ​ການ​ເຮັດວຽກ​ງານ​ຂອງ​ພະນັກງານ​ປະຈຳ​ເກາະ​ໃຫ້​ດີ​ຂຶ້ນ ທັງ​ເພື່ອ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຂອງປະ​ເທດ​ຕົນ​​ໃຫ້​ໄດ້ເປັນ​ຢ່າງ​ດີ ພ້ອມ​ທັງ​ຍົກລະດັບການ​ອຳນວຍ​ຄວາມ​ສະດວກ​ໃຫ້​​ແກ່​ພາຍ​ໃນແລະ​ຄວາມ​ສາມາດ​​ໃນການ​ບໍລິການ​ຂອງ​ເກາະດອນ​ທະ​ເລ​ຈີນ​ໃຕ້​ໃນ​ລະດັບ​ສາກົນ ເພື່ອ​ສາມາດ​ປະຕິບັດ​ພັນ​ທະ​ສາກົນ​ໄດ້​ເປັນ​ຢ່າງ​ດີກ​ວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ