ຍົນ​ເຮ​ລີ​ກົບ​ແຕຂະໜາດ​ໃຫຍ່ຮຸ່ນທຳ​ອິດ AC313 ທີ່​ຈີນ​ຜະລິດ​ເອງ​​ສຳ​ເລັດ​ການ​ທົດ​ລອງ​ບິນ​ໃນຂະນະ​ຝົນຕົກ​ໜັກ
2017-03-29 09:58:11  cri 
ຕາມ​ຂ່າວສານ​ຊິນ​ຮວາ: ຍົນ​ເຮ​ລີ​ກົບ​ແຕພົນລະ​ເຮືອນຂະໜາດ​ໃຫຍ່ຮຸ່ນທຳ​ອິດ AC313 ທີ່​ຈີນ​ຜະລິດ​ເອງ​​ໄດ້​ສຳ​ເລັດ​ກາ​ນທົດ​ລອງ​ບິນ​ໃນຂະນະ​ຝົນຕົກ​ໜັກ ຢູ່​ສະໜາມ​ບິນ​ຫຼຸຍ​ເໝິງ​ເມືອງ​ຈິງ​ເຕີ​ເຈິ້ນ ​ເຊິ່ງນີ້​ເປັນ​ການ​ຊີ້​ໃຫ້​ເຫັນ​ວ່າ ການ​ທົດ​ລອງ​ບິນ​ຖືກຕ້ອງ​ຕາມ​ມາດຕະຖານ​ເຕັກນິກ​ທຸກ​ປະການ, ​ເຖິງ​ວ່າ​ຝົນຕົກ​ໜັກ, ຍົນ​ເຮ​ລີ​ກົບ​ແຕ AC313 ກໍ​ສາມາດ​ບິນ​ໄດ້​ຢ່າງ​ປອດ​ໄພ ​ໂດຍລະບົບ​ແລະ​ອຸປະກອນ​ເຕັກນິກ​ຕ່າງໆ​ຂອງ​ຍົນ​ຢູ່​ໃນ​ສະພາບ​ປົກະຕິ, ນັກ​ບິນ​​ສາມາດເບິ່ງ​ເຫັນ​ສະພາບ​ພາຍນອກ​​ໄດ້​ຈະ​ແຈ້ງ ​ແລະ​ຕອບ​ສະໜອງ​ຕາມຄວາມ​ຕ້ອງການ​ໃນ​​ເວລາ​ບິນ​ຂະນະ​ຝົນຕົກ​ໜັກ.

ຍົນ​ເຮ​ລີ​ກົບ​ແຕ AC313 ​ເປັນ​ຍົນພົນລະ​ເຮືອນ​ຂະໜາດ​ໃຫຍ່​ທີ່​ກຸ່ມ​ອຸດສາຫະກຳ​ການບິນ​ຈີນ​ເປັນ​ຜູ້​ຄົ້ນຄວ້າ​ຜະລິດ ​ແລະ​​ໄດ້​ຕາມ​ມາດຕະຖານ​ຍົນ​ເຮ​ລີ​ກົບ​ແຕຮຸ່ນທີ​ສາມ​ຂອງ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ