ສະຖານທູດ​ຈີນ​ປະຈຳ​ຝຣັ່ງ​ເລັ່ງທວງ​ໃຫ້​ຝຣັ່ງຈົ່ງ​ປ້ອງ​ກັນຄວາມ​ປອດ​ໄພ, ​ສິດແລະ​ຜົນ​ປະ​ໂຫຍ​ດທີ່​ຊອບ​ດ້ວຍ​ກົດໝາຍ​ຂອງ​ພົນລະ​ເມືອງ​ຈີນ
2017-03-29 16:27:26  cri 
ຕາມ​ຂ່າວCRI: ສະຖານທູດ​ຈີນ​ປະຈຳ​ຝຣັ່ງ​ແຈ້ງ​ໃນ​ວັນ​ທີ 28 ມີນາ​ນີ້​ວ່າ, ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ແລະ​ສະຖານທູດ​ຈີນ​ປະຈຳ​ຝຣັ່ງ​ໄດ້​ເອົາ​ໃຈ​ໃສ່​ສູງ​ຕໍ່​ເຫດການ​ທີ່​ພົນລະ​ເມືອງ​ຈີນ​ຢູ່​ຝຣັ່ງ​ໄດ້​ປະ​ທະ​ກັບ​ຕຳຫຼວດ​ປະ​ເທດ​ດັ່ງກ່າວ ​ແລະ​ຖືກ​ຍິງ​ເສຍ​ຊີວິດ ໃນ​ວັນ​ທີ 26 ມີນາ​ນີ້ ​ແລະ​ໄດ້​ສອບ​ຖາມ​ເຈົ້າ​ໜ້າ​ທີ່​ຝຣັ່ງຢ່າງ​ທັນ​ການ ທັງ​ຕໍ່​ວ່າ​ທັກ​ທ້ວງ ​ແລະ​ທວງ​ໃຫ້​ຝ່າຍ​ທີ່​ກ່ຽວຂ້ອງ​ຂອງຝຣັ່ງ​ໃຊ້​ມາດ​ຕະການ​ທີ່​ເປັນ​ຮູບ​ປະ​ທຳ ​ເພື່ອ​ປ້ອງ​ກັນ​ຄວາມ​ປອດ​ໄພ, ສິດ​ ​ແລະ​ຜົນ​ປະ​ໂຫຍ​ດທີ່​ຊອບ​ດ້ວຍ​ກົດໝາຍ​ຂອງ​ພົນລະ​ເມືອງ​ຈີນ​ຢູ່​ຝຣັ່ງ.

ວັບ​ໄຊ​ທາງ​ການ​ຂອງ​ສະຖານທູດ​ຈີນ​ປະຈຳ​ຝຣັ່ງ​ໄດ້​ຖະ​ແຫຼ​ງ​ໃນ​ມື້​ດຽວ​ກັນ​ວ່າ, ສະຖານທູດ​ຈີນ​ປະຈຳ​ຝຣັ່ງ​ໄດ້​ສະ​ແດງ​ຄວາມ​ຕໍ່​ວ່າ​ຢ່າງ​ເຄັ່ງຂຶມ​ຕໍ່​ທີ່​ປຶກສາ​ວຽກ​ງານ​ພົວພັນ​ຕ່າງປະ​ເທດ​ຂອງ​ລັດຖະມົນຕີ​ກະຊວງ​ພາຍ​ໃນ​ຝຣັ່ງອີກ​ເທື່ອ​ໜຶ່ງ ​ແລະ​ທວງ​ໃຫ້​ເຈົ້າ​ໜ້າ​ທີ່​ຝຣັ່ງສືບ​ຫາດຄວາມ​ຈິງ​ຂອງ​ເຫດ​ການ​ໂດຍ​ໄວ ​ແລະ​ມີ​ຄຳ​ອະທິບາຍ​ຢ່າງ​ຍຸຕິ​ທຳ​ແລະ​ສົມ​ເຫດ​ສົມ​ຜົນ​ຕໍ່​ເຫດການ​ດັ່ງກ່າວ.

​ເຈົ້າ​ໜ້າ​ທີ່​ສະຖານທູດ​ຈີນ​ປະຈຳ​ຝຣັ່ງກ່າວ​ວ່າ, ກະຊວງ​ການ​ຕ່າງປະ​ເທດ​ຈີນ​ແລະ​ສະຖານທູດ​ຈີນ​ປະຈຳ​ຝຣັ່ງຈະຕິດຕາມ​ຄວາມ​ຄືບ​ໜ້າ​ຂອງ​ເຫດການ​ຢ່າງ​ໃກ້ຊິດ ທັງ​ແລກປ່ຽນ​ຂໍ້​ມູນ​ກັບ​ຄອບຄົວ​ຜູ້​ເສຍ​ຊີວິດ​ແລະ​ວົງ​ການ​ຊາວ​ຈີນ​ທີ່​ອາ​ໄສ​ຢູ່​ຝຣັ່ງ ​ແລະ​ຈະ​ຊ່ວຍ​ເຫຼືອ​ຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ