ຈີນ​ແລະ​ໄທ​ຮ່ວມ​ມື​ຍົກ​ລະດັບ​ນັກວິຊາການ​ລົດ​ໄຟ​ຄວາມ​ໄວ​ສູງ
2017-03-30 15:39:37  cri 

ວັນ​ທີ 29 ມີນາ​ນີ້, ຄູ 21 ຄົນ​ຈາກ​ມະຫາວິທະຍາ​ໄລ​ເຕັກ​ໂນ​ໂລ​ຢີລາຊະ​ມົງຄົນ​ທັນ​ຍະ​ບຸຣີ ​ໄດ້​ເຂົ້າຮ່ວມ​ພິທີ​ປິດ​ຊຸດ​ອົບຮົມ​ຄູ​ສອນ​ການ​ຄົມມະນາຄົມຂົນ​ສົ່ງ​ລະບົບ​ລາງ​ລົດ​ໄຟ​ໄທ​ໃນ​ວິທະຍາ​ໄລ​ເຕັກນິກ​ວິຊາ​ຊີບ​ທາງ​ລົດ​ໄຟ​ເມືອງຫຼິວ​ໂຈ່​ວ​ເຂດ​ກວາງຊີ ສປ ຈີນ ​ຫຼັງສຳ​ເລັດ​ການ​ຍົກ​ລະດັບ​​ມາ​ເປັນ​ເວລາ 24 ວັນ.

ທ່ານຫຼຽງຈຽງ ຫົວໜ້າ​ພະ​ແນ​ກ​ແລກປ່ຽນ​ສາກົນ​ຂອງ​ວິທະຍາ​ໄລ​ດັ່ງກ່າວ ກ່າວ​ວ່າ: ​ນີ້​ແມ່ນ​ເທື່ອ​ທີ 3 ທີ່​ວິທະຍາ​ໄລ​ຕົນ​ຈັດ​ຊຸດ​ອົບຮົມ​ຍົກ​ລະດັບ​ໃຫ້​ຄູ​ສອນ​ການ​ຄົມມະນາຄົມ​ຂົນ​ສົ່ງ​ລະບົບທາງ​ລົດ​ໄຟ​ໄທ ​ໂດຍ​ສາມາດຍົກ​ລະດັບ​ໃຫ້​​ແກ່ຄູ​ 51 ຄົນ​ຈາກ​ໂຮງຮຽນ​ຊັ້ນສູງ​ຂອງ​ໄທ 12 ​ແຫ່ງ.

​ນີ້​ເປັນພຽງ​​ສ່ວນ​ໜຶ່ງ​ເທົ່າ​ນັ້ນທີ່​ວິທະຍາ​ໄລ​ດັ່ງກ່າວ​ຮ່ວມ​ມື​​ຍົກ​ລະດັບ​ນັກວິຊາການ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ກັບປະ​ເທດ​ຢູ່​ຕາມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ". ​ແນວ​ໃດ​ກໍ​ດີ, ທ່ານຫຼຽງຈຽງ ກໍ​ໄດ້ກ່າວຕື່ມ​ວ່າ: ມີ​ໂຮງຮຽນ​ຊັ້ນສູງ​ຈາກລາວ, ​ໄທ, ອິນ​ໂດ​ເນ​ເຊຍ ​ແລະ​ປະ​ເທດ​ອື່ນໆ 20 ກວ່າ​ແຫ່ງ​ໄດ້​ມາ​ທັດສະນະ​ສຶກສາ ​ແລະ ​ແລກປ່ຽນ​ກັບ​ວິທະຍາ​ໄລ​ຕົນ, ຂະນະ​ທີ່​ວິທະຍາ​ໄລ​ຕົນ​ກໍ​ໄດ້​ວາງ​ແຜນ​ຍົກ​ລະດັບ​ນັກວິຊາການ​ທາງ​ລົດ​ໄຟ​ໃຫ້​ແກ່​ໂຮງຮຽນ​ຊັ້ນສູງ​ 6 ​ແຫ່ງ​ແລ້ວ ​ທັງ​ໄດ້​ປະກອບແຜນການ​ສ້າງ​ຫ້ອງ​ທົດ​ລອງ ​ແລະ ຝຶກ​​ແອບຕົວ​ຈິງນຳ​ອີກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ