ອັຟກາ​ນິສະຖານຈະ​ໄດ້​ຮັບ​ການ​ພັດທະນາ​ຫຼັງ​ຮ່ວມກັນ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"
2017-03-30 10:51:50  cri 
ວັນ​ທີ 29 ມີນາ​ນີ້, ກອງ​ປະຊຸມ​ສຳ​ມະ​ນາ​ລະຫວ່າງຈີນ​ແລະ​ອັຟກາ​ນິສະຖານ​ຮ່ວມ​ກັນ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ກາ​ບູນປະ​ເທດອັຟກາ​ນິສະຖານ.

ທ່ານ ​ເຮັກ​ມັດ ຄຮາ​ລິວ ຄາ​ຊາຍ ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ອັຟກາ​ນິສະຖານ​ກ່າວ​ໃນ​ກອງ​ປະຊຸມ​ວ່າ: "ປະ​ເທດ​ຕົນ​ເຊື່ອມ​ຕໍ່​​ກັບ​ອາຊີ​ກາງ,ອາຊີ​ໃຕ້,ຕາ​ເວັນ​ອອກ​ກາງ​ແລະ​ຈີນ, ​ແລະ​ບົນ​ພື້ນຖານ​ການ​ມີ​ພູມ​ສັນຖານ​ທີ່​ດີ​ຈະ​ຊຸກຍູ້​ການ​ປະຕິບັດ​ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​​ເສັ້ນທາງ" ​ເຊິ່ງອັຟກາ​ນິສະຖານ​ກໍຈະ​ໄດ້​ຮັບ​ໂອກາດ​​ພັດທະນາ​ຢ່າງໃຫຍ່​ຫຼວງ. ການ​ເປີດ​ບໍລິການ​ຂະ​ບວນລົດ​ໄຟ​ຂົນ​ສົ່ງ​ສິນຄ້າ​ລະຫວ່າງ​ຈີນ-ອັຟກາ​ນິສະຖານ, ການ​ຟື້ນ​ຟູ​ຖ້ຽວ​ບິນ​ໂດຍ​ກົງກາ​ບູນ-ອູ​ລຸ​ມກີ​ກໍ​ແມ່ນ​ຕົວ​ແບບ​ທີ່​ດີ​ໃນ​ການ​ຮ່ວມ​ມື​ຕົວຈິງ​ລະຫວ່າງ​ສອງ​ປະ​ເທດ."

​ຄະນະ​ຜູ້​ແທນ​ຜູ້​ຊ່ຽວຊານ​ແລະ​ນັກວິຊາການ​ຈີນພ້ອມ​ດ້ວຍແຂກ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໄດ້​ຄົ້ນຄວ້າ​ແລະ​ປຶກສາ​ຫາລື​​ໃນຫົວ​ຂໍ້​ຕ່າງໆ​ເຊັ່ນ: ການ​ເພີ່ມ​ທະວີ​ການ​ເຊື່ອມ​ຈອດ​ກັນ,ຊຸກຍູ້​ການ​ຄ້າ​ແລະ​ການ​ລົງທຶນ​ແລະ​ເພີ່ມ​ທະວີ​ການ​ແລກປ່ຽນ​ດ້ານ​ວັດ​ທະ​ນະ​ທຳ​ພາຍ​ໃຕ້​ຂອບ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"​ເປັນ​ຕົ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ