ຈີນ​ແລະ​ກຳປູ​​ເຈຍປະສົບ​ຜົນສຳ​ເລັດ​ການ​ຮ່ວມ​ມື​ຫຼາຍ​ດ້ານ
2017-03-30 11:13:09  cri 
ທ່ານ ລີ​ວ​ເຈີ້ນ​ມິນ ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​​ເດີນທາງ​ເຖິງ​ກຳປູ​ເຈຍ​ໃນ​ວັນ​ທີ 28 ຫາ​ວັນ​ທີ 29 ມີນາ​ນີ້ ​ເພື່ອ​ຮ່ວມ​ກັບ​ທ່ານ ວົງ​ເຊ ວິສ​ໂຊ ​ເລຂາລັດຖະມົນຕີ​ກະຊວງ​ການ​ເງິນ​ກຳປູ​ເຈຍ​ພົບ​ປະ​​ເຈລະຈາເລຂາກອງ​ປະຊຸມ​ຄັ້ງ​ທີ 4 ຂອງ​ຄະນະ​ກຳມະການ​ປະສານ​ງານ​ລະຫວ່າງ​ລັດຖະບານຈີນ​ແລະ​ກຳປູ​ເຈຍ.

ສອງ​ຝ່າຍ​ໄດ້​ຕີ​ລາຄາ​ສູງ​ຕໍ່​ຄວາມ​ຄື​ບໜ້າ​ທີ່​ໄດ້​ຮັບ​ໃນ​ກາ​ນ​ເສີມຂະຫຍາຍ​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃນ​ປີ 2016 ຜ່ານ​ມາ ​ໂດຍ​ເຫັນ​​ເປັນ​ເອກະ​ພາບກັນ​ວ່າ: ຈາກ​ຄວາມ​ເອົາ​ໃຈ​ໃສ່​ແລະ​ການ​ຊີ້​ນຳ​ຂອງ​ຜູ້ນຳ​ຂັ້ນ​ສູງ​ລະຫວ່າງ​ສອງ​ປະ​ເທດ, ການ​ໄປມາຫາສູ່​ກັນ​ລະຫວ່າງ​ການ​ນຳຂັ້ນ​ສູງ​ຂອງ​ສອງ​ປະ​ເທດ​ນັບ​ມື້ພົ້ນ​ເດັ່ນ​ຂຶ້ນ​ຕື່ມ ​ແລະ​ໄດ້​ຮັບ​ໝາກຜົນ​ດ້ານ​ການ​ຮ່ວມ​ມື​ຢ່າງ​ຫຼວງ​ຫຼາຍ, ການ​ແລ​ກປ່ຽນ​ດ້ານ​ວັດທະນະທຳ​ກໍນັບ​ມື້​​ເພີ່ມ​ຫຼາຍ​ຂຶ້ນ ​ເຊິ່ງ​ໄດ້​ສ້າງ​ຜົນ​ປະ​​ໂຫຍ​ດທີ່​ແທ້​ຈິງ​​ໃຫ້​ແກ່ສອງ​ປະ​ເທດ​ກໍ​ຄື​ປະຊາຊົນ​ສອງ​ຊາດ ​ອັນ​ເປັນ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​​ຕໍ່​ສັນຕິພາບ,ສະຖຽນ​ລະ​ພາບ​ແລະ​ການ​ພັດທະນາ​ຂອງ​ພາກ​ພື້ນ.

ນອກ​ນີ້,ສອງ​ຝ່າຍ​ຍັງ​ໄດ້​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ຮ່ວມ​ມື​ຂອງ​ພາກ​ພື້ນ ພ້ອມ​ທັງ​ເຫັນ​ພ້ອມ​ເພີ່ມ​ທະວີ​​ການ​ປະສານ​ສົມທົບ​ພາຍ​ໃຕ້​ກົນ​ໄກ​ຕ່າງໆ​ເຊັ່ນ: ກົນ​ໄກ​ຮ່ວມ​ມື​ລະຫວ່າງ​ຈີນ-ອາ​ຊຽນ ​ແລະ ລະຫວ່າງ​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ​ເປັນ​ຕົ້ນ ຂະນະ​ທີ່ຈີນ​ກໍ​ຢືນຢັນຈະ​​ສຸມ​ໃສ່​ສະໜັບສະໜູນ​ກຳປູ​ເຈຍ​ປະຕິບັດ​ໜ້າ​ທີ່​ປະ​ເທດ​ປະທານ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ, ​ພະຍາຍາມ​ຮ່ວມ​ກັນຢ່າງ​ຕັ້ງໜ້າ​ເພື່ອ​ຊຸກຍູ້​ການ​ພັດທະນາ​ສາຍພົວພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ລະ​ຫວ່າງ​ຈີນ-ອາ​ຊຽນ​ໃຫ້​ກ້າວ​ເຂົ້າ​ສູ່​ລວງ​ເລິກ​ຢ່າງຮອບດ້ານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ