ອຸຍນີເຊັບ ໃຫ້ທຶນພັດທະນາການສຶກສາ
2017-03-30 14:44:04  cri 
  ກະຊວງສຶກສາທິການ ແລະ ກິລາ ແລະອົງການອຸຍນີເຊັບ (UNICEF) ປະຈຳລາວ ໄດ້ຈັດພິທີເຊັນສັນຍາການຊ່ວຍເຫຼືອຂະ
ແໜງສຶກສາ ແລະ ກິລາປະຈຳສົກປີ 2017-2018 ຂຶ້ນວັນທີ 28 ມີນາ 2017 ທີ່ກະຊວງສຶກສາທິການແລະກິລາ ຮ່ວມລົງນາມ
ລະຫວ່າງທ່ານນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະທ່ານນາງ ຮົງເວີຍກາວຕາງ
ໜ້າຈາກອົງການອຸຍນີເຊັບປະຈຳລາວ ມີພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ອົງການອຸຍນີເຊັບໄດ້ ສ້າງແຜນປະຕິບັດງານການຊ່ວຍເຫຼືອແກ່ກະຊວງສຶກສາທິການ ແລະ ກິລາ ປະຈຳສົກປີ 2017-2018
ໂດຍອີງຕາມແຜນການຮ່ວມມື ແຕ່ປີ 2017-2021 ສຳລັບວຽກງານການສຶກສາກ່ອນໄວຮຽນອົງກນອຸຍນີເຊັບໄດ້ສືບຕໍ່ສ້າງຄວາມ
ເຂັ້ມແຂງແກ່ການບໍລິຫານການສຶກສາກ່ອນໄວຮຽນ ລວມທັງຂະຫຍາຍແຜນງານການກຽມຄວາມພ້ອມໃຫ້ແກ່ເດັກໃນຊຸມຊົນ ໂດຍ
ໃຫ້ສອດຄ່ອງກັບບູລິມະສິດຂອງແຜນພັດທະນາການສຶກສາແລະກີລາ ໂດຍເນັ້ນໃສ່ບາງໜ້າວຽກດັ່ງນີ້ ປັບປຸງນະໂຍບາຍແລະ
ມາດຕະຖານຂອງການສຶກສາກ່ອນໄວຮຽນ ປັບປຸງຄຸນນະພາບການສຶກສາສຳລັບຫ້ອງຫຽມປະຖົມ ຂະຫຍາຍແຜນງານການກຽມ
ຄວາມພ້ອມຂອງເດັກໃນຊຸມຊົນ ແລະ ແຜນງານການຕອບໂຕ້ກັບໄພພິບັດ ງົບປະມານສຳລັບປີ 2017 ຈຳນວນ 722.500 ໂດ
ລາສະຫະລັດ ຫຼື ປະມ່ານ 5,8 ຕື້ກີບ ແລະປີ 2018 ປະມານ 1,3 ຕື້ກີບ.

ສ່ວນວຽກງານປະຖົມສຶກສາ ອົງການອຸຍນີເຊັບ ໄດ້ສືບຕໍ່ສະໜັບສະໜູນການປັບປຸງຄຸນນະພາບ ປັບປຸງແຜນນະໂຍບາຍ ແລະລະ
ບົບການປະເມີນຜົນການຮຽນຂອງນັກຮຽນ ປັບປຸງຄຸນນະພາບການສິດສອນຂອງຄູ ລວມທັງວຽກງານນິເທດພາຍໃນແລະພາຍນອກ
ປັງປຸງລະບົບການບໍລິຫານແລະ ຄຸ້ມຄອງໂຮງຮຽນ ໃຊ້ງົບປະມານສຳລັບປີ 2017 ປະມານ 9 ຕື້ກີບ ແລະປີ 2018 ປະມານ 800
ລ້ານກີບ.

ນອກນັ້ນ, ອົງການອຸຍນີເຊັບຍັງສືບຕໍ່ໃຫ້ການສະໜັບສະໜູນການສະໜອງນ້ຳສະອາດ ແລະ ສິ່ງອຳນວຍຄວາມສະດວກທາງດ້ານ
ສຸຂະອະນາໄມ ໃຫ້ແກ່ບັນດາໂຮງຮຽນອະນຸບານແລະ ໂຮງຮຽນປະຖົມຢູ່ເມືອງເປົ້າໝາຍຂອງໂຄງການຈຳນວນໜຶ່ງໃນມູນຄ່າປະມານ
1,1 ຕື້ກີບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ