ນັກ​ກິ​ລາ​ມາ​ລາ​ທອນ​ໝົດ​ແຮງ​ຖືກ​ນັກ​ກິ​ລາ​ດ້ວຍ​ກັນ​ຊ່ວຍ​ຈົນ​ເຖິງ​ເສັ້ນ​ໄຊ
2017-03-30 16:49:30  cri 

 

ມີ​ສຸ​ພາ​ສິດ​ເວົ້າ​ວ່າ: "ມິ​ດ​ຕະ​ພາບ​ເປັນ​ອັນ​ດັບ​ໜຶ່ງ, ການ​ແຂ່ງ​ຂັນ​ເປັນ​ອັນ​ດັບ​ສອງ",​ແລະ​ສຸ​ພາ​ສິດນີ້ ກໍ​ໃຊ້​ໄດ້​ຈົນ​ເຖິງ​ປັດ​ຈຸ​ບັນ ເໝືອນ
​ດັ່ງການ​ແຂ່ງ​ຂັນ​ແລ່ນ​ມາ​ລາ​ທອນ​ທີ່​ຈັດ​ຂຶ້ນ​ຢູ່​ເມືອງ​ຟີ​ລາ​ແດ​ເຟຍ​ປະ​ເທດອາ​ເມ​ລິ​ກາ​ໃນ​ວັນ​ທີ26 ມີ​ນານີ້ ກໍ​ໄດ້ພິ​ສູດ​ຄວາມ​ເປັນ​ຈິງ​ມາ
​ແລ້ວ. ​ທັງ​ນີ້​ໄດ້​ເກີດ​ພາບ​ທີ່​ປະ​ທັບ​ໃຈ​ຂຶ້ນເມື່ອນັກ​ກິ​ລາ​ຍິງ​ຜູ້​ໜຶ່ງ​ໝົດ​ແຮງ ແລະ​ເກືອບ​ລົ້ມ​​ຂະ​ນະ​ຈະ​ເຖິງ​ເສັ້ນ​ໄຊ​ທີ່​ບໍ່​ໄກປານ​ໃດ
ໂດຍ​ໃນເວ​ລານັ້ນ ມີ​ນັກ​ກິ​ລາ​ຊາຍ​ສອງ​ຄົນ​ແລ່ນ​ມາ​ເຖິງ ແລະ​ເມື່ອເຫັນ​ແລ້ວ​ກໍຊ່ວຍໂດຍ​ບໍ່​ຄິດ​ສົງ​ໄສ​ແມ່ນ​ແຕ່​ໜ້ອຍ​ດຽວ.
ຈາກນັ້ນ ​ນັກ​ກິ​ລາ​ຊາຍ​ຜູ້​ໜຶ່ງ​ກໍໄດ້​ອຸ້ມ​ລາວ​ຂຶ້ນ​ແລ່ນ​ໄປ​ສູ່​ເສັ້ນ​ໄຊ ເຊິ່ງ​ພາບ​ດັ່ງ​ກ່າວ​ສະ​ແດງ​ໃຫ້​ເຫັນ​ເຖິງ​ນ້ຳ​ໃຈ​ກິ​ລາເຕັມ​ຮ້ອຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ