ປະທານປະເທດ ຕ້ອນຮັບປະທານທະນາຄານລົງທຶນໂຄງ ລ່າງພື້ນຖານອາຊີ
2017-03-30 17:16:50  cri 
 ຂປລ. ວັນ​ທີ 29 ມີນາ ນີ້, ທ່ານ ບຸນ​ຍັງ ວໍລະ​ຈິດ ປະທານ​ປະ​ເທດ ​ແຫ່ງ ສປປ ລາວ ​ໄດ້​ໃຫ້​ກຽດ​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳນັບ
ຂອງ​ທ່ານ Liqun JIN ປະທານ​ທະນາຄານ​ລົງທຶນ​ໂຄງ​ລ່າງ​ພື້ນ ຖານອາຊີ (AIIB) ​ໃນ​ໂອກາດ​ເດີນທາງ​ມາ​ຢ້ຽມຢາມ ​ແລະເຮັດ​
ວຽກ ຢູ່ ສປປ ລາວ ​ລະຫວ່າງ​ວັນ​ທີ 29-31 ມີນາ 2017 ນີ້.

     ໃນໂອກາດ​ດັ່ງກ່າວ, ທ່ານ ບຸນ​ຍັງ ວໍລະ​ຈິດ ​ໄດ້​ສະ​ແດງ​ຄວາມຊົມ​ເຊີຍ ​ຍິນ​ດີ​ຕ້ອນຮັບ ​ແລະ ຕີ​ລາຄາ​ສູງຕໍ່​ທ່ານ Liqun JIN 
ພ້ອມ​ດ້ວຍ​ຄະນະ ທີ່​ໄດ້​ເດີນທາງ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່ ສປປ ລາວ ​ໃນ​ຄັ້ງ​ນີ້ ​ເຊິ່ງ​ເປັນ​ການ​ປະກອບສ່ວນ​ຮັດ​ແໜ້ນ ​ການ​ພົວ
ພັນ​ຮ່ວມ​ມື, ຊ່ວຍ​ເຫລືອ​ເຊິ່ງກັນ ແລະ ກັນລະຫວ່າງ ສປປ ລາວ ກັບທະນາຄານ​ລົງທຶນ​ໂຄງ​ລ່າງ​ພື້ນຖານອາຊີ ​ໃຫ້​ໄດ້​ຮັບ​ການ​ພັດ
ທະນາ ​ແລະ ​ແຕກ​ດອກ​ອອກ​ຜົນ​ຍິ່ງໆ​ຂຶ້ນ, ທັງ​ເປັນ​ການຊ່ວຍ​ສ້າງ​ເງື່ອນ​ໄຂ​ໃຫ້​ຄະນະ​ບໍລິຫານ​ ຂອງທະນາຄານ​ລົງທຶນ​ໂຄງ​ລ່າງ​ພື້ນ
ຖານອາຊີ ກຳ​ໄດ້​ສະພາບ​ການ​ພັດທະນາ​ເສດຖະກິດ-​ສັງຄົມ ​ແລະ ສິ່ງ​ທ້າ​ທາຍ​ຕ່າງໆ ​ເພື່ອ​ພິຈາລະນາ​​ໃຫ້ການ​ຊ່ວຍ​ເຫລືອ​ແກ່ 
ສປປ ລາວ ​ໃນ​ຕໍ່ໜ້າ.

      ທ່ານ Liqun JIN ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ ຕໍ່​ທ່ານ ບຸນ​ຍັງ ວໍລະ​ຈິດ ທີ່​ໄດ້​ສະຫລະ​ເວລາ​ອັນ​ມີຄ່າ​ ໃຫ້ການ​ຕ້ອນຮັບ​ຢ່າງ​
ອົບ​ອຸ່ນ​,​ ພ້ອມ​ທັງ​ແຈ້ງຈຸດປະສົງ​ຂອງ​ການ​ ເດີນທາງ​ມາ​ຢ້ຽມ ສປປ ລາວ ໃນ​ຄັ້ງ​ນີ້ ​ແລະ ລາຍ​ງານ​ໂດຍ​ຫຍໍ້​ ກ່ຽວ​ກັບ​ຄວາມ​ເປັນ​ມາ
 ​ຂອງ​ທະນາຄານ​ດັ່ງກ່າວ ​ໃຫ້​ທ່ານ​ປະ​ທານ​ປະ​ເທດຊາບ. ທະນາຄານລົງທຶນ​ໂຄງ​ລ່າງ​ພື້ນຖານອາຊີ ​ເປັນ​ສະ​ຖາ​ບັນ​ການ​ເງິນສາກົນ
ຖານະ​ດຽວ​ກັບ ​ທະນາຄານ​ພັດທະນາ​ອາຊີ ​ໂດຍ​​ແມ່ນ​ ສປ ຈີນ ​ເປັນ​ຜູ້​ລິ​ເລີ່​ມ ​ແລະ ຖື​ຮຸ້ນ​ສ່ວນ​ໃຫຍ່, ມີສະມາຊິກ​ທັງ​ໝົດ 70 ປະ​
ເທດໃນ​ທົ່ວ​ໂລກ./.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ