ປະຊາຊົນ​ຊຽງ​ໂຈ​ກຸນ​ ສ.​ເກົາຫຼີ​ຕັນ​ທາງ​ບໍ່​ໃຫ້​ລົດ​ເຂົ້າ​ສະໜາມ​ຕິດ​ຕັ້ງ​ລະບົບ THAAD
2017-03-30 16:08:38  cri 
ຕາມ​ຂ່າວສານ​ຊິນ​ຮວາ: ປະຊາຊົນ​ຊຽງ​ໂຈ​ກຸນ​​ແຂວງ​ເກ​ວຊັງ​ເໜືອປະ​ເທດ ສ.​ເກົາຫຼີ​​ໄດ້​ຕັນລົດ​ໃຫຍ່​ທີ່​ຈະໄປ​ວັດ​ແທກ​ດິນ​ຢູ່​ຈຸດ​ຕິດ​ຕັ້ງ​ລະບົບ​ຕ້ານ​ລູກ​ສອນ​ໄຟ​ນຳ​ວິຖີ THAAD 3 ຄັ້ງ ​ໃນ​ວັນ​ທີ 29 ມີນາ​ນີ້ ​ແລະ​​ໄດ້​ຕໍ່​ວ່າເຈົ້າ​ໜ້າ​ທີ່​ຕຳຫຼວດ.

ປະຊາຊົນ​ທ້ອງ​ຖິ່ນດັ່ງກ່າວ​​ເປີດ​ເຜີຍ​ວ່າ, ມີ​​ປະມານ 150 ຄົນ ​ທີ່ຕ້ານ​ການ​ຕິດ​ຕັ້ງ​ລະບົບ THAAD ​​ນັ່ງ​ຢູ່​ກາງ​ທາງ ທັງຮ້ອງ​ຄຳ​ຂວັນປະ​ທ້ວງ "ບໍ່​ເອົາ THAAD, ​ເອົາ​ສັນຕິພາບ", "ຍ້ອນ THAAD ຈະຢູ່​ບໍ່​ລອດ", ພ້ອມ​ທັງ​ເອົາ​ລົດ​ມາ​ຕັນ​ທາງ ​ແລະ​ໄດ້​ຕໍ່​ວ່າ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຢ່າງດຸ​ເດືອດ.

ອົງການ​ຈັດ​ຕັ້ງ​ຊາວ​ເມືອງ​ແລະ​ປະຊາຊົນ​ຢ້ຳ​ວ່າ, ການ​ຕິດ​ຕັ້ງ​ລະບົບ THAAD ​ເປັນ​ການລ່ວງ​ລະ​ເມີດ​ມາດຕາ​ທີ 60 ຂອງ​ລັດຖະທຳ​ມະນູນ ສ.​ເກົາຫຼີ ​ແລະ​ລ່ວງ​ລະ​ເມີດສິດ​ເຫັນ​ດີ​ຂອງ​ລັດຖະສະພາ ທັງເປັນ​ການ​ກະ​ທຳ​ຜິດ​ລັດຖະທຳ​ມະນູນ. ນອກ​ນີ້, ພວກ​ເຂົາ​ເຈົ້າ​ຍັງ​ກ່າວ​ວ່າ ລັດຖະບານ​ໄດ້​ໃຊ້​ສິດ​ແບບ​ຜິດ​ກົດໝາຍ ​ແລະ​ກະຊວງ​ປ້ອງ​ກັນປະ​ເທດຄວນ​ຢຸດຕິ​ການ​ກະທຳ​ທີ່​ຜິດ​ກົດໝາຍ​ໃນ​ທັນທີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ