ແຜ່ນດິນ​ໃຫຍ່​ຈີນ​ຈະ​​ເຮັດ​ຄື​ແຕ່​ເກົ່າ​ເມືອ​ຫຼັງ​ເພື່ອອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ພີ່ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ​ມາ​ດຳ​ເນີນທຸລະ​ກິດ​ແລະ​ພັດທະນາ​ຢູ່​ແຜ່ນດິນ​ໃຫຍ່​
2017-03-30 16:11:19  cri 
ຕາມ​ຂ່າວCRI: ທ່ານມາສຽວກ່ວງ ໂຄສົກຫ້ອງການວຽກ​ງານ​ໄຕ້ຫວັນ​ຄະນະ​ລັດຖະບານ​ຈີນ​ຢ້ຳ​ໃນ​ພິທີ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 29 ມີນາ​ນີ້​ວ່າ, ​ແຜ່ນດິນ​ໃຫຍ່​ຈີນຈະ​​ເຮັດ​ຄື​ແຕ່​ເກົ່າ​ເມືອ​ຫຼັງ​ເພື່ອອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ພີ່ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ​ມາ​ດຳ​ເນີນທຸລະ​ກິດ​ແລະ​ພັດທະນາ​ຢູ່​ແຜ່ນດິນ​ໃຫຍ່.

ທ່ານ​ມາ​ສຽວ​ກ່ວງກ່າວວ່າ, ຫ້ອງການ​ຕົນ​ໄດ້​ສ້າງ​ຕັ້ງ 53 ອົງການ ​ເພື່ອ​ໃຫ້​ນັກທຸລະກິດ​ໄຕ້​ຫວັນ​ມາ​ດຳ​ເນີນ​ທຸລະ​ກິດ​ຢູ່​ແຜ່ນດິນ​​ໃຫຍ່ ​ແລະ​ມີ​ຫຼາຍ​ທ້ອງ​ຖິ່ນ​ໄດ້​ວາງ​ນະ​ໂຍບາຍ​ສະໜັບສະໜູນ​ຕ່າງໆ ທີ່​ພົວພັນ​ເຖິງ​​ເງິນ​ສະໜັບສະໜູນ​ການ​ດຳ​ເນີນ​ທຸລະ​ກິດ, ການ​ຝຶກ​ອົບຮົມ, ສະຖານ​ທີ່​ທຸລະ​ກິດ ​ແລະ​ອື່ນໆ ​ແລະ​ໃນ​ຕໍ່ໜ້າ ພວກ​ເຮົາ​ຈະ​ເລັ່ງຄົ້ນຄວ້າ​​ແລະ​ວາງມາດ​ຕະການ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ພີ່ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ ​ລວມທັງ​ຊາວ​ໜຸ່ມ​​ໄຕ້​ຫວັນ​ມາ​ຮ່ຳຮຽນ, ປະກອບ​ອາຊີບ, ​ເຮັດ​ວຽກ ​ແລະ​ດຳ​ລົງ​ຊີວິດ​ຢູ່​​ແຜ່ນດິນ​ໃຫຍ່ ​ເຊິ່ງມາດ​ຕະການ​ເຫຼົ່າ​ນີ້​ຈະ​ເລີ່ມ​ເຜີຍ​ແຜ່​ແລະ​ປະຕິບັດ​ໃນ​ປີ​ນີ້​ຕາມໆ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ