ອັງ​ກິດ​ເລີ່ມ​ຂັ້ນ​ຕອນ​ລາ​ອອກ​ຈາກ​ສະ​ຫະ​ພາບ​ເອີ​ຣົບ
2017-03-30 16:27:43  cri 
    ຕາມ​ຂ່າວ​ສານ​ຊິນ​ຮ​ວາ: ອັງ​ກິດ​ໄດ້​ຍື່ນ​ເອ​ກະ​ສານ '​ລາ​ອອກ​ຈາກ​ສະ​ຫະ​ພາບ​ເອີ​ຣົບ' ໃຫ້​ສະ​ຫະ​ພາບ​ເອີ​ຣົບ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 29 ມີ​ນານີ້.

    ມື້​ດຽວ​ກັນ, ທ່ານ ໂດ​ນັນ ທຸ​ສ໌ກ໌ ປະ​ທານ​ສະ​ພາ​ມົນ​ຕີ​ເອີ​ຣົບ ​ໄດ້​​ຖະ​ແຫຼງ​ຂ່າວ ໂດຍ​ກ່າວ​ວ່າ ໄດ້​ຮັບ​ເອ​ກະ​ສານ​ທີ່​ມີ 6 ໜ້າ​ດັ່ງ​ກ່າວ​ຈາກ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ. ແລະ​ເວົ້າ​ສຳ​ລັບ​ສະ​ຫະ​ພາບ​ເອີ​ຣົບ​ແລະ​ອັງ​ກິດ​ແລ້ວ, ມື້ນີ້​ບໍ່​ແມ່ນມື້​ທີ່​ໜ້າ​ຍິນ​ດີ​ປານ​ໃດ.

    ອັງ​ກິດ​ແມ່ນ​ປະ​ເທດ​ສະ​ມາ​ຊິກທຳ​ອິດ​ທີ່ຢາກ​ຈະ​ຖອນ​ອອກ​ສະ​ຫະ​ພາບ​ເອີ​ຣົບ ຫຼັງ​ເຂົ້າ​ຮ່ວມ​ມາ​ໄດ້ 44 ປີ​.ໃນ​ຂັ້ນ​ຕໍ່​ໄປ, ອັງ​ກິດ​ຕ້ອງ​ໄດ້​ເຈ​ລະ​ຈາ​ກັບ​ສະ​ມາ​ຊິກ​ອື່ນໆ​ພາຍ​ໃນ​ສອງ​ປີໃຫ້​ສຳ​ເລັດ ແລະຄາດ​ວ່າ, ອັງ​ກິດ​ຕ້ອງ​ໄດ້​ເສຍ​ຄ່າ​ຕອບ​ແທນ​ສູງ​ເຖິງ 50-60 ຕື້​ເອີ​ໂຣ​ເພື່ອ​ເລື່ອງນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ