ສື່​ຟິ​ລິບ​ປິນ​ຊີ້: ປະ​ເທດ​ຕົນ​ພ້ອມ​ຮ່ວມ​ມື​ດ້ານ​ການ​ທ່ອງ​ທ່ຽວ​ກັບ​ແຂວງ​ໄຫຫຼຳ
2017-03-30 16:29:48  cri 
    ໜັງ​ສື​ພິມ​ແວ່ນ​ແຍງ​ທຸ​ລະ​ກິດ​ຂອງ​ຟິ​ລິບ​ປິບ​ສະ​ບັບ​ວັນ​ທີ 29 ມີ​ນານີ້ ລາຍ​ງານ​ວ່າ, ແຂວງ​ໄຫຫຼຳ ເຊິ່ງ​ເປັນ​​ແຫຼ່ງ​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງຂອງ​ຈີນ ແລະ​ແຫ່ງ​ຕ່າງໆ​ຂອງ​ປະ​ເທດ​ຕົນ ຈະ​ຮ່ວມ​ມື​ດ້ານ​ການ​ທ່ອງ​ທ່ຽວ​ໃຫ້ຫຼາຍກວ່າ​ເກົ່າ​ພາຍ​ໃຕ້​ຂອບ​ຂໍ້​ລິ​ເລີ່ມ 'ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ'.

    ທ່ານ ເຊີນ​ຢີ່​ໂປ່ ຮອງ​ເລ​ຂາ​ທິ​ການ​ສະ​ມາ​ຄົມ​ການ​ທ່ອງ​ທ່ຽວ​ແຂວງ​ໄຫຫຼຳ ກ່າວ​ວ່າ, ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ຈະ​ຊຸກ​ຍູ້​ການກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ຂອງ​ປະ​ເທດ​ລຽບ​ຕາມ​ເສັ້ນ​ທາງ​ດັ່ງ​ກ່າວ ແລະ​ຈາກນັ້ນ​ກໍ​ຈະ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຂະ​ແໜງ​ການ​ທ່ອງ​ທ່ຽວ​ໄດ້​ເປັນ​ຢ່າງ​ດີ. ຂະ​ນະ​ດຽວ​ກັນ, ກຸ່ມ​ບໍ​ລິ​ສັດ​ທ່ອງ​ທ່ຽວ​ແລະ​ບໍ​ລິ​ສັດ​ການ​ບິນ​ທີ່​ກ່ຽວ​ຂ້ອງ ກຳ​ລັງ​ປຶ​ກ​ສາ​ຫາ​ລື​ເພື່ອ​ສະ​ເໜີ​ຂໍ​ເປີດ​ເສັ້ນ​ທາງ​ການ​ບິນ​ໂດຍ​ກົງ​ແຕ່​ໄຫຫຼຳ​ຫາ​ນະ​ຄອນຫຼວງ​ມະ​ນີ​ລາ.

    ທ່ານ​ກ່າວ​ຕື່ມ​ວ່າ, ແຂວງ​ໄຫຫຼຳ​ຍັງ​ມີ​ຊື່​ສຽງ​ຍ້ອນ​ດິນ​ຟ້າ​ອາ​ກາດ​ເຂດ​ຮ້ອນ​ແລະ​ທິວ​ທັດ​ແຄມ​ທະ​ເລ​ເຊັ່ນ​ດຽວ​ກັນ, ​ເຊິ່ງ​ການ​ເປີດເສັ້ນ​ທາງ​ການ​ບິນ​ໂດຍ​ກົງ​ແຕ່​ມ​ະ​ນີ​ລາ​ຫາ​ໄຫຫຼຳ​ຈະ​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ເພີ່ມ​ຂຶ້ນ​ເຊັ່ນ​ດຽວ​ກັນ​ກັບ​ເສັ້ນ​ທາງ​ການ​ບິນ​ໂດຍ​ກົງ​ແຕ່​ໄຫຫຼຳ​ຫາ​ພະ​ນົມ​ເປັນ ແລະ​ໄຫຫຼຳ​ຫາ​ສິງ​ກະ​ໂປ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ