ໜັງສືພິມແວ່ນແຍງທຸລະກິດຂອງຟິລິບປິບສະບັບວັນທີ 29 ມີນານີ້ ລາຍງານວ່າ, ແຂວງໄຫຫຼຳ ເຊິ່ງເປັນແຫຼ່ງທ່ອງທ່ຽວທີ່ມີຊື່ສຽງຂອງຈີນ ແລະແຫ່ງຕ່າງໆຂອງປະເທດຕົນ ຈະຮ່ວມມືດ້ານການທ່ອງທ່ຽວໃຫ້ຫຼາຍກວ່າເກົ່າພາຍໃຕ້ຂອບຂໍ້ລິເລີ່ມ 'ໜຶ່ງແລວທາງໜຶ່ງເສັ້ນທາງ'.
ທ່ານ ເຊີນຢີ່ໂປ່ ຮອງເລຂາທິການສະມາຄົມການທ່ອງທ່ຽວແຂວງໄຫຫຼຳ ກ່າວວ່າ, ຂໍ້ລິເລີ່ມ "ໜຶ່ງແລວທາງໜຶ່ງເສັ້ນທາງ" ຈະຊຸກຍູ້ການກໍ່ສ້າງພື້ນຖານໂຄງລ່າງຂອງປະເທດລຽບຕາມເສັ້ນທາງດັ່ງກ່າວ ແລະຈາກນັ້ນກໍຈະຊຸກຍູ້ການພັດທະນາຂະແໜງການທ່ອງທ່ຽວໄດ້ເປັນຢ່າງດີ. ຂະນະດຽວກັນ, ກຸ່ມບໍລິສັດທ່ອງທ່ຽວແລະບໍລິສັດການບິນທີ່ກ່ຽວຂ້ອງ ກຳລັງປຶກສາຫາລືເພື່ອສະເໜີຂໍເປີດເສັ້ນທາງການບິນໂດຍກົງແຕ່ໄຫຫຼຳຫານະຄອນຫຼວງມະນີລາ.
ທ່ານກ່າວຕື່ມວ່າ, ແຂວງໄຫຫຼຳຍັງມີຊື່ສຽງຍ້ອນດິນຟ້າອາກາດເຂດຮ້ອນແລະທິວທັດແຄມທະເລເຊັ່ນດຽວກັນ, ເຊິ່ງການເປີດເສັ້ນທາງການບິນໂດຍກົງແຕ່ມະນີລາຫາໄຫຫຼຳຈະເຮັດໃຫ້ນັກທ່ອງທ່ຽວເພີ່ມຂຶ້ນເຊັ່ນດຽວກັນກັບເສັ້ນທາງການບິນໂດຍກົງແຕ່ໄຫຫຼຳຫາພະນົມເປັນ ແລະໄຫຫຼຳຫາສິງກະໂປ.