ມາເລເຊຍຍົກເລີກຄຳສັ່ງຫ້າມພົນລະເມືອງສປປເກົາຫຼີອອກປະເທດຕົນ​ແລວ
2017-03-31 10:45:38  cri 
ທ່ານນາຈິບຕູນຣາຊັກ ນາຍົກລັດຖະມົນຕີມາເລເຊຍຢືນຢັນໃນວັນທີ 30 ມີນານີ້ວ່າ: ຫຼັງພົນລະເມືອງມາເລເຊຍ 9 ຄົນທີ່ຖືກສປປ ເກົາຫຼີຫ້າມບໍ່ໃຫ້ອອກປະເທດກ່ອນໜ້ານີ້ນັ້ນໄດ້ຮັບ​ການ​ອະນຸຍາດ​ອອກປະ​ເທດ​ດັ່ງກ່າວ​ແລ້ວ, ​ປະ​ເທດ​ຕົນ​ກໍຈະ​ອະນຸຍາດ​ໃຫ້​ພົນລ​ະ​ເມືອງ​ສປປ​ເກົາຫຼີ​ທີ່ຢູ່​ປະ​ເທດ​ຕົນ​ອອກ​ປະ​ເທດ​ທັງ​ມອບ​ສົບ​ພົນລະ​ເມືອງ​ສປປ​ເກົາຫຼີ​ຜູ້​ໜຶ່ງ​ທີ່​ເສຍ​ຊີວິດ​ຢູ່​ປະ​ເທດ​ຕົນ.

ຖະ​ແຫຼງການ​ສະບັບ​ໜຶ່ງ​ຂອງ​ທ່ານ​ນາຈິບ​ລະບຸ​ວ່າ:  ພົນລ​ະ​ເມືອງ​ມາ​ເລ​ເຊຍ 9 ຄົນ​​ໄດ້​ອອກ​ຈາກ​ນະຄອນຫຼວງ​ພຽງ​ຢາງ​ສປປ​ເກົາຫຼີ​ໃນ​ຄືນ​ວັນ​ທີ 30 ມີນາ​ນີ້​​ແລະ​ໄດ້​ເດີນທາງກັບ​ຄືນ​ປະ​ເທດໃນ​ຕອນ​ເຊົ້າ​ວັນ​ທີ 31​ເດືອນ​ດຽວ​ກັນ​ແລະ​ປັດຈຸບັນ, ມາ​ເລ​ເຊຍ​ຈະ​ອະນຸຍາດ​ໃຫ້​ພົນລະ​ເມືອງ​ສປປ ​ເກົາຫຼີ​ອອກ​ຈາກ​ມາ​ເລ​ເຊຍ​ເຊັ່ນ​ດຽວ​ກັນ. ທີ່​ສຳຄັນ,ຫຼັງ​ສຳ​ເລັດ​ການ​ສັນ​ນະ​ສູດ​ສົບ​ຊາວ​ສປປ​ເກົາຫຼີ​ທີ່​ເສຍ​ຊີວິດ​ທັງ​ໄດ້​ຮັບ​ຈົດໝາຍ​ຈາກ​ຄອບຄົວ​ຜູ້ກ່ຽວ​ທີ່​ຮຽກຮ້ອງ​ໃຫ້​ມອບສົບ​ກັບ​ຄືນ​ສປປ​ເກົາຫຼີ​ແລ້ວ, ນິຕິ​​ເວດ​ໄດ້​ເຫັນ​ດີ​ມອບ​ສົບຄືນ​ໃຫ້​ຄອບຄົວ​ຜູ້ກ່ຽວ.

ທ່ານ​ນາ​ຈິບຍັງ​ຢືນຢັນ​ຕື່ມ​ວ່າ ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຈະ​ສືບ​ຕໍ່​ສື​ບສວນ​ສອບ​ສວນ​ການ​ກໍ່ອາ​ຊະ​ຍາ​ກຳ​ທີ່​ເກີດ​ຂຶ້ນ​ຢູ່​ປະ​ເທດ​ຕົນ​ຢ່າງ​ຕໍ່​ເນື່ອງ ​ໂດຍຮຽກຮ້ອງ​ໃຫ້​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ໃຊ້​ທຸກ​ມາດ​ຕະການ​ທີ່​​ເປັນ​ໄປ​ໄດ້​ເພື່ອ​ຈັບ​ອາ​ຊະ​ຍາກ​ອນມາ​ລົງ​ໂທດ​ຕາມ​ກົດໝາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ