ປະທານາທິບໍດີ​ປາ​ກິ​ສະຖານ​ຢືນຢັນ​ວ່າ ​ແລວ​ທາງ​ເສດຖະກິດ​ປາ​ກິ​ສະຖານ-ຈີນ​ຈະ​ຊຸກຍູ້​ການ​ຄ້າ​ໃຫ້​ຂະຫຍາຍຕົວ
2017-03-31 10:48:57  cri 
ໜັງສືພິມ Business Recorder ປາ​ກິ​ສະຖານ​ສະບັບ​ວັນ​ທີ 30 ມີນາ​ນີ້​ລາຍ​ງານ​ວ່າ: ກ່ອນ​ໜ້າ​ນີ້ບໍ່​ດົນ​, ທ່ານ​ມຳນູນຮູ​ໄຊ​ອິນ ປະທານາທິບໍດີ​ປາ​ກິ​ສະຖານ​ໄດ້​ຢືນຢັນ​ໃນ​ໂອກາດ​ກ່າວ​ປາ​ໄສ​ຢູ່​ເວທີ​ປຶກສາ​ຫາລື "​ແລວ​ທາງ​ເສດຖະກິດປາ​ກິ​ສະຖານ -ຈີນ:​ໂອກາດ​ກັບ​ສິ່ງ​ທ້າ​ທາຍ"ວ່າ, ຫຼັງ​ໂຄງການ​ແລວ​ທາງ​ເສດຖະກິດ​ປາ​ກິ​ສະຖານ-ຈີນ​ສ້າງ​ສຳ​ເລັດ​ແລ້ວ​ຈະ​ສາມາດ​ເພີ່ມ​ທະວີ​ການ​ຕິດ​ຕໍ່​ພົວພັນ​ລະຫວ່າງ​ປາ​ກິ​ສະຖານ​ພ້ອມ​ບັນດາ​ປະ​ເທດ​ໃ​ນ​ເຂດ​ແຄວ້ນ​ກັບ​ບັນດາ​ປະ​ເທດ​ໃນ​ໂລກ​ທັງຂົງ​ເຂດ​ທາງ​ທະ​ເລ,ທາງບົກ​​ແລະ​ທາງ​ອາກາດ ​ເຊິ່ງຈະ​ເປັນ​​ເສົາ​ຄ້ຳ​ທີ່​ແຂງ​​ແກ່ນ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ການ​ຄ້າ​ແລະ​ທຸລະ​ກິດ ທັງ​ຈະ​ຊຸກຍູ້​ປາ​ກິສະຖານ​ເຂົ້າ​ສູ່​ໄລຍະ​ໃໝ່​ແຫ່ງ​ການ​ພັດທະນາ​ທີ່ຈະ​ເລີ​ນ​ເຕີບ​ໂຕ.

ທ່ານ​ຮູ​ໄຊອິນກ່າວ​ວ່າ: ​ແລວ​ທາງ​ເສດຖະກິດ​ປາ​ກິ​ສະຖານ-ຈີນ​ເປັນ​ຂອບ​ເຊື່ອມ​ຈອດ​ໃນ​ພາກ​ພື້ນ ​ເຊິ່ງບໍ່​ພຽງ​ແຕ່​ຈະ​ເປັນ​ຜົນ​ປະ​ໂຫຍ​ດຕໍ່ປາ​ກິ​ສະຖານ​ແລະ​ຈີນ​ເທົ່າ​ນັ້ນ, ຍັງ​ຈະ​ຊຸກ​ຍູ້ຂະ​ບວນການ​ເຊື່ອມ​ໂຍງ​ເຂົ້າ​ເປັນ​ໜຶ່ງດຽວ​ທາງ​ເສດຖະກິດ​ຂອງ​ກຸ່ມ​ເສດຖະກິດ​ໃນ​ພາກ​ພື້ນ​ອີກ​ດ້ວຍ ​ແລະ​ໂຄງການ​ໃຫຍ່​ດັ່ງກ່າວ​ຈະ​ຊ່ວຍ​ຊຸກຍູ້​ບັນດາ​ປະ​ເທດ​ເຊື່ອມ​ຈອດ​ທາງ​ພູມ​ສາດ​ເພື່ອ​ບັນລຸ​ຄວາມ​​ໃຝ່ຝັນ​ແຫ່ງ​ການ​ພັດທະນາ​ຮ່ວມ​ກັນ,ຮ່ວມ​ຊະ​ຕາ​ກຳ​ແລະ​ຢູ່​ຮ່ວມ​ກັນ​ໂດຍ​ສັນຕິ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ