ປະທານ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ພົບ​ປະ​ກັບ​ລັດຖະມົນຕີ​ກະຊວງ​ກຳລັງ​ປະກອບ​ອາວຸດ​ປະຕິວັດ​ກູ​ບາ
2017-03-31 11:15:53  cri 
ວັນ​ທີ 30 ມີນາ​ນີ້​ຢູ່​ຫໍ​ສະພາ​ປະ​ຊົນ​ແຫ່ງ​ຊາດນະຄອນຫຼວງປັກ​ກິ່ງ, ທ່ານ​ຈ່າງ​ເຕີ​ຈ່ຽງ ກຳ​ມະ​ການ​ປະຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ປະທານ​ສະພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ເລ​ໂອ​ໂປ​ໂດ ຊິນ​ຕຣາ ລັດຖະມົນຕີ​ກະຊວງ​ກຳລັງ​ປະກອບ​ອາວຸດ​ປະຕິວັດ​ກູ​ບາ.

​ໂອກາດ​ດັ່ງກ່າວ, ທ່ານ​ຈ່າງ​ເຕີ​ຈ່ຽງກ່າວ​ວ່າ: ນັບ​ແຕ່​ຈີນ-ກູ​ບາ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​​ກວ່າ​ເຄິ່ງສະຕະວັດ​ມາ​ນີ້​ແລະ​ຈາກການກໍ່​ຕັ້ງ​ແລະ​​ເອົາ​ໃຈ​ໃສ່​ຖະນຸຖະໜອມຂອງ​ຜູ້ນຳ​ສອງ​ປະ​ເທດ, ສາຍ​ພົວພັນ​ຈີນ-ກູບາ​ໄດ້​ຜ່ານ​ຜ່າ​ການ​ທົດ​ສອບ​ແລະ​ຮັກສາ​ທ່ວງທ່າ​ຂະຫຍາຍຕົວ​ເປັນ​ຢ່າງ​ດີ. ຈາກ​ນີ້,ສອງ​ຝ່າຍ​ຄວນ​ຈັດ​ຕັ້ງ​ປະຕິບັດ​ຄວາມ​ເປັນ​ເອກະ​ພາບ​ທີ່​ສຳຄັນຂອງປະມຸກ​ລັດ​ສອງ​ປະ​ເທດ​ທີ່ໄດ້ຕົກລົງ​ຮ່ວມ​ກັນ​ນັ້ນ​ຢ່າງຮອບດ້ານ​​​ໃຫ້​​ເກີດ​ຜົນ ​ແລະ​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ກັນ​ລະຫວ່າງ​ສອງ​ກອງທັບ, ລົງ​ເລິກ​ມິດຕະພາບ​ແລະການ​ໄປມາຫາສູ່​ກັນ​ລະຫວ່າງ​ປະຊາຊົນ​ສອງ​ຊາດ, ​ເສີມ​ຂະຫຍາຍ​​ເນື້ອ​ໃນ​ສາຍ​ພົວພັນ​ລະ​ຫວ່າງສອງ​ປະ​ເທດ​ໃຫ້​ອຸດ​ສົມບູນ​ເລື້ອຍໆ ທັງ​ຊຸກຍູ້​ສາຍ​ພົວພັນລະຫວ່າງ​ສອງ​ປະ​ເທດໃຫ້​ຂະຫຍາຍຕົວກ້າວ​ໜ້າ.

ທ່ານ​ຊິນ​ຕຣາກ່າວ​ວ່າ, ກູ​ບາ​ຖະ​ນຸຖະໜອມ​ມິດຕະພາບ​ກູ​ບາ-ຈີນ ​ແລະ​ຂອບ​ໃຈ​ຈີນ​ທີ່​ໄດ້​ຊ່ວຍ​ເຫຼືອ​ແລະ​ສະໜັບ​ສະ​ໜູນກູ​ບາ​ດ້ວຍ​ຄວາມ​ເອື້ອ​ເຟື້ອ​ເຜື່ອ​ແຜ່​ມາ​ເປັນ​ເວລາ​ຍາວ​ນານ​. ​ແນວ​ໃດ​ກໍ​ດີ, ຫວັງ​ວ່າ​ສອງ​ປະ​ເທດ​ຈະ​ລົງ​ເລິກ​ການ​ຮ່ວມ​ມື​ຕົວ​ຈິງ​​ໃນ​ຂົງ​ເຂດ​ຕ່າງໆ​ລະຫວ່າງ​ສອງ​ກອງທັບ​ຢ່າງ​ບໍ່​ຢຸດຢັ້ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ