ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງຄືບ​ໜ້າ​ຫຼາຍປະການ
2017-03-31 17:46:47  cri 

ການ​ສຳ​ມະ​ນາ​ລະນຶກ​ການ​ເລີ່​ມຕົ້ນ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ​ຄົບຮອບ 1 ປີ​ກໍ​ຄື​ການ​ທົບ​ທວນ​ແລະ​ວິ​ໄສ​ທັດ​​ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ຄຸນ​ມິ​ງ​ແຂວງ​ຢຸນນານ ສປ ຈີນ​ໃນ​ວັນ​ທີ 31 ມີນາ​ນີ້​ໂດຍ​ຊ່ຽວຊານ​ຈາກ​ມະຫາວິທະຍາ​ໄລ​ແລະ​ສະ​ຖາ​ບັນ​ຄົ້ນຄວ້າ​ຫຼາຍ​ແຫ່ງ, ​ເຈົ້າ​ໜ້າ​ທີ່​ກອງ​ເລຂາ​ຈີນ​ໃນ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ​ແລະ​ເຈົ້າ​ໜ້າ​ທີ່​ອົງການ​ປົກຄອງ​ແຂວງ​ຢຸນນານ 20 ກວ່າ​ທ່ານ​ພ້ອມ​ດ້ວຍ​ນັກ​ຮຽນ​ນັກ​ສຶກສາ​ແລະ​ຄູ​ອາຈານ​ມະຫາວິທະຍາ​ໄລ​ຢຸນນານ 200 ກວ່າ​ຄົນ​ເຂົ້າ​ຮ່ວມ.

ຊ່ຽວຊານ​ທີ່​ຮ່ວມ​ປະຊຸມ​ເຫັນ​ວ່າ: ​ໜຶ່ງ​ປີຜ່ານມາ​ນີ້, ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ​ທີ່​ຮ່ວມ​ກັນ​ຊີ້ນຳ​ແລະ​ສົ່ງ​ເສີມ​ໂດຍ6 ປະ​ເທດ​ລຽບ​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ​ຄື​ຈີນ, ກຳປູ​ເຈຍ, ລາວ,ມຽນມາ,​ໄທ​ແລະ​ຫວຽດນາມ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ສຳຄັນ​ຫຼາຍ​ຢ່າງ. ຂະນະ​ທີ່ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ​ໃນ​ຕໍ່ໜ້າ​ຄວນ​​ຕັ້ງໜ້າ​ຊຸກຍູ້​ຈາກ​ດ້ານ​ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ", ບັນດາ​ປະ​ເທດ​ກ່ຽວຂ້ອງ​ຄວນ​ເອົາ​ໃຈ​ໃສ່​ປະສານ​ງານ​ດ້ານ​ຜົນ​ປະ​ໂຫຍ​ດຂອງ​ໃຜລາວ, ຮ່ວມ​ມື​ດ້ວຍ​ການ​ປະຕິບັດ​ຕົວ​ຈິງ​ບົນ​ພື້ນຖານ​ຄວາມ​ຍຸ​ຕິ​ທຳ,ສົມ​ເຫດ​ສົມ​ຜົນ,ປຶກສາ​ຫາລື​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ ​ແລະ​ຫຼັງຊຸກຍູ້​ໂຄງການ​ເພື່ອ​ນຳ​ເອົາ​ຜົນ​ປະ​ໂຫຍ​ດ​ເບື້ອງ​ຕົ້ນ​ຕາມ​ເວລາ​ກຳນົດນັ້ນ, ຍິ່ງ​ຄວນ​ເອົາ​ໃຈ​ໃສ່​ຕໍ່ການ​ສ້າງ​ລະບຽບ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ລະຫວ່າງ​ຊາວ​ໜຸ່ມ​ແລະ​ການ​ບຳລຸງ​ສ້າງ​ຊັບພະຍາກອນ​ມະນຸດ​ຂອງ​ປະ​ເທດ​ລຽບ​ຕາມ​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ.

1 2 3 4
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ