ປະທານາທິບໍດີ​ຟິລິບ​ປິນຂອບ​ໃຈ​ຈີນ​ທີ່​ຊ່ວຍ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ
2017-03-31 11:18:15  cri 

​ແຫຼ່ງຂ່າວ​ຈາກ​ເວັບ​ໄຊ​ຟິລິບ​ປິນ​ເດ​ລີ​ອິນ​ກວີ​ເຣີ ​ເປີດ​ເຜີຍ​ໃນ​ວັນ​ທີ 25 ມີນາ​ນີ້​ວ່າ ທ່ານ​ໂຣ​ດຣີ​ໂກ ດູ​ເຕີ​ເຕ ປະທານາທິບໍດີ​ປະ​ເທດ​ຕົນ​ໄດ້​ກ່າວ​ຂະນະ​ໂອ້​ລົມ​ນັກທຸລະກິດ​ຟິລິບ​ປິນ​ແລະ​ຈີນ​ໃນ​ວັນ​ທີ 24 ມີນາ​ນີ້​ວ່າ: ຕົນ​ຈະ​ເດີນທາງ​ໄປ​ຈີນ​ເພື່ອ​ເຂົ້າຮ່ວມ​ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ສຸດ​ຍອດ​ການ​ຮ່ວມ​ມື​ສາກົນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ແລະ​ຊົມ​ເຊີຍ​ຈີນ​ອີກ​ເທື່ອ​ໜຶ່ງ​ທີ່​ຊ່ວຍ​ແກ້​ໄຂ​ບັນຫາ​ເສດຖະກິດຂອງ​ປະ​ເທດ​ຕົນ.

ທ່ານ​ດູ​ເຕີ​ເຕ ກ່າວ​ວ່າ: ຂ້າພະ​ເຈົ້າຕ້ອງ​ຂອບ​ໃຈ​ຈີນ​ອີກ​ເທື່ອ​ໜຶ່ງ ​ແລະ ຈະ​ເດີນທາງ​ໄປ​ຈີນ, ຂະນະ​ທີ່​ຈີນ​ກໍ​ໄດ້ເຊີນ​ຂ້າພະ​ເຈົ້າ​ເຂົ້າຮ່ວມກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ສຸດ​ຍອດ​ການ​ຮ່ວມ​ມື​ສາກົນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ແລະ​ນີ້​ກໍ​ແມ່ນ​ໂຄງການ​ທີ່​ມີ​ອຸດົມ​ການ​ສູງ​ຂອງ​ຈີນ. ນອກ​ນີ້, ທ່ານ​ດູ​ເຕີ​ເຕ ຍັງ​ໄດ້​ກ່າວ​ຢືນຢັນ​ວ່າ ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຕົນ​ຈະ​ ແຕກ​ຕ່າງ​ກັບລັດຖະບານ​ຊຸດ​ກ່ອນ ​ໂດຍ​ຫວັງ​ຈະ​ຮັດ​ແໜ້ນ​ສາຍ​ພົວພັນ​ດ້ານ​ເສດຖະກິດ​ກັບ​ຈີນ​ເປັນ​ສຳຄັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ