ປະທານາທິບໍດີຣັດ​ເຊຍ​ປະຕິ​ເສດ​ວ່າບໍ່​ໄດ້​ກ່ຽວຂ້ອງ​ກັບການ​ເລືອກ​ຕັ້ງທົ່ວ​ໄປ​ຂອງ​ອາ​ເມ​ລິ​ກາ
2017-03-31 15:22:44  cri 

ທ່ານ​ວຼາ​ດີ​ເມຍ ປູ​ຕິນ ປະທານາທິບໍດີຣັດ​ເຊຍ ​ໄດ້​ອອກ​ມາປະຕິ​ເສດ​ໃນ​ວັນ​ທີ 30 ມີນາ​ນີ້​ວ່າ ປະ​ເທດ​ຕົນບໍ່​ໄດ້​ກ່ຽວຂ້ອງ​ການ​ເລືອກ​ຕັ້ງທົ່ວ​ໄປ​ຂອງ​ອາ​ເມ​ລິ​ກາ​ແຕ່​ປະການ​ໃດ.

​ໃນ​ວັນ​ດັ່ງກ່າວ, ທ່ານ​ປູ​ຕິນ ​ໄດ້​ກ່າວ​ເຖິງບັນຫາ​ສາຍ​ພົວພັນ​ລະຫວ່າງຣັດ​ເຊຍ-ອາ​ເມ​ລິ​ກາ ​ໃນ​ເວທີ​ປຶກສາ​ຫາລື​ຂົ້ວ​ໂລກ​ເໜືອ​ສາກົນ "ຂົ້ວ​ໂລກ​ເໜືອ-ພາກ​ພື້ນ​ສົນທະນາ" ຄັ້ງທີ 4 ທີ່​ຈັດ​ຂຶ້ນຢູ່​ເມືອງ​ອາຄັນ​ເກນ​ສ໌ ທາງ​ພາກ​ຕາ​ເວັນ​ຕົກສຽງ​ເໜືອຣັດ​ເຊຍ​ ​ໂດຍ​ໄດ້​ຕີ​ລາຄາ​ວ່າ ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ເກືອບ​ຕົກ​ມາ​ຢູ່​ຈຸດ​​ສູນ ທັງ​ກ່າວ​ວ່າ ການ​ທຳລາຍ​ສາຍ​ພົວພັນ​ລະຫວ່າງຣັດ​ເຊຍ-ອາ​ເມ​ລິ​ກາ​ເປັນ​ການ​ກະທຳທີ່​ຜິດພາດ​ຢ່າງ​ໜັກໜ່ວງ​ທີ່​ສຸດ, ຂະນະ​ທີ່​ຜູ້​ທີ່​ມີຄວາມ​ຄິດ​ນີ້​ກໍ​​ເປັນ​ຜູ້​ທີ່​ບໍ່​ມີ​ຄວາມ​ຮັບຜິດຊອບ​.

ທ່ານ​ປູ​ຕິນ ກ່າວ​ຕື່ມ​ວ່າ: ຂ້າພະ​ເຈົ້າຫວັງ​ຢ່າງ​ຍິ່ງ​ວ່າ ສາຍ​ພົວພັນ​ລະຫວ່າງຣັດ​ເຊຍ-ອາ​ເມ​ລິ​ກາ​ຈະ​ຄືນ​ສູ່​ສະພາບ​ປົກກະຕິ​ໂດຍ​ໄວ".

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ