ຈີນໝັ້ນ​ໃຈ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງຈາ​ກາ​ຕາ-ບັນ​ດຸ​ງ​ຈະ​ສ້າງ​ສຳ​ເລັດ
2017-03-31 17:52:56  cri 
​ໃນ​ການ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 30 ມີນາ​ນີ້, ທ່ານ ລູ້​ຄ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ: ທາງ​ລົດ​ໄຟ​ຄວາມ​ໄວ​ສູງຈາ​ກາ​ຕາ-ບັນ​ດຸ​ງ​ແມ່ນ​ໂຄງການ​ທີ່​​ເປັນ​ຂີດ​ໝາຍ​ຂອງ​ການ​ຮ່ວມ​ມື​​ລະຫວ່າງ​ຈີນ-ອິນ​ໂດ​ເນ​ເຊຍ​ຢ່າງ​ແທ້​ຈິງ​ແລະຮອບດ້ານ ​ໂດຍສອງ​ຝ່າຍ​ໄດ້​ເນັ້ນ​ນະ​ໂຍບາຍ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ​ແລະ​ຈາກ​ນີ້ຈີນ​ຈຶ່ງໝັ້ນ​ໃຈ​ຢ່າງ​​ເຕັມ​ສ່ວນວ່າທາງ​ລົດ​ໄຟ​ຄວາມ​ໄວ​ສູງຈາ​ກາ​ຕາ-ບັນ​ດຸ​ງຈະ​ສ້າງ​ສຳ​ເລັດ​ແລະ​​ເລີ່​ມ​ບໍລິການ​ຕາມ​ຄາດໝາຍ​ທີ່​ວາງ​ໄວ້.

ທ່ານ ລູ້​ຄ່າງ​ ກ່າວຕື່ມ​ວ່າ: ທາງ​ລົດ​ໄຟ​ຈາ​ກາ​ຕາ-ບັນ​ດຸ​ງ​ແມ່ນ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ສັງ​ລວມ​ແລະ​ເປັນ​​ໂຄງການ​ທຳ​ອິດ​ທີ່​ໄດ້​ນຳໃຊ້​ເຕັກ​ໂນ​ໂລ​ຊີ​,ມາດຖານ​ແລະ​ອຸປະກອນ​ຂອງ​ຈີນທີ່​ສ້າງ​ຢູ່​ຕ່າງປະ​ເທດ,ທັງ​​ແມ່ນ​ຜົນສຳ​ເລັດ​ ​ເບື້ອງ​ຕົ້ນ​ໃນ​ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ". ຫຼັງ​ຈາກ​ສ້າງ​ສຳ​ເລັດ​​ແລ້ວ, ຈະ​ກາຍ​ເປັນ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ສາຍ​ທຳ​ອິດ​ຂອງ​ອິນ​ໂດ​ເນ​ເຊຍ​ກໍ​ຄື​ຂອງ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້.

ທ່ານ ລູ້​ຄ່າງ ກ່າວ​ຕື່ມ​ວ່າ: ຈາກຄວາມ​ພະຍາຍາມ​ຮ່ວມ​ລະຫວ່າງ​ລັດຖະບານ​ແລະ​ວິ​ສາ​ຫະກິດ​ທີ່​ກ່ຽວຂ້ອງ​ຂອງ​ສອງ​ປະ​ເທດ, ການ​ກະກຽມ​​ໃຫ້​ແກ່ການ​ເລີ່​ມລົງ​ມື​ສ້າງ​ທາງ​ລົດ​ໄຟ​ພວມ​ດຳ​ເນີນ​ຕາມ​ແຜນ. ປັດຈຸບັນ,ສອງ​ຝ່າຍ​ພວມ​ປຶກສາ​ຫາລື​ກ່ຽວ​ກັບ​ສັນຍາ​ຮັບ​ເໝົາ​ໂຄງການ​ແລະ​ສັນຍາ​ວ່າ​ດ້ວຍເງິນ​ກູ້ ​ໂດຍ​ຄາດ​ວ່າ​ຈະ​​ໄດ້​ຮັບ​ການ​ລົງ​ນາມ​ໃນ​ໄວໆ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ