ສານ​ ສ.​ເກົາຫຼີ ອອກ​ໝາຍ​ຈັບ​ທ່ານນາງ ປັກ​ກຸນ​​​​ເຮ
2017-03-31 17:53:44  cri 
ຕອນ​ຂ້ອນ​ແຈ້ງ​ວັນ​ທີ 31 ມີນາ​ນີ້, ສານ​ ສ.​ເກົາຫຼີ ​ໄດ້​ອອກ​ໝາຍຈັບ​ທ່ານນາງ ປັກ​ກຸນ​​ເຮ ອະດີດ​ປະທານາ​ທິບໍດີ, ຈາກ​ນັ້ນ ກໍໄດ້​ຖືກນຳ​ໄປ​ຫ້ອງ​ຂັງ​ຢູ່​ນະຄອນຫຼວງ​ເຊ​ອູ​ນ.

ສານກາງ​ໃນ​ນະຄອນຫຼວງ​ເຊ​ອູ​ນ​ໄດ້​ອອກ​ຖະ​ແຫຼ​ງການລະບຸ​ວ່າ: ຫຼັງ​ພິຈາລະນາ​ຄຳ​ສັ່ງ​ຟ້ອງ​ຂອງອົງການ​​ໄອ​ຍະການ​ທີ່​ສົງ​ໄສ​​ໃນ​ຄວາມອາດ​ເປັນ​ໄປ​ໄດ້ທີ່​ນາງ​ໄດ້​ທຳລາຍ​ຫຼັກ​ຖານ​, ສານ ສ.​ເກົາຫຼີ ຈຶ່ງ​​ໄດ້​ອອກ​ໝາຍ​ຈັບ. ຂ່າວ​ແຈ້ງວ່າ: ຫຼັງ​ຈາກ​ໄດ້​ອອກ​ໝາຍຈັບ​ແລ້ວ, ອົງການ​​ໄອ​ຍະ​ການ​ ສ.​ເກົາຫຼີ ຈະ​ມີ​ເວລາ​ 20 ວັນສືບ​ຕໍ່​ດຳ​ເນີນ​ການ​ສືບສວນນາງ ​ແລະສຸດ​ທ້າຍ​ຈະ​ຖືກຮ້ອງຟ້ອງຕໍ່​ສານ​ຢ່າງ​ເປັນ​ທາງ​ການ.

ອົງການ​​ໄອ​ຍະ​ການ​ ສ.​ເກົາຫຼີ ​ເຫັນ​ວ່າ: ນາງ ​ປັກ​ກຸນ​​ເຮ ​ເປັນ​ຜູ້ສົງ​ໄສ​​ໃນ 13 ​ຂໍ້​ຫາເຊັ່ນ: ການໃຊ້​ອຳນາດຢ່າງ​ບໍ່​ຖືກຕ້ອງ, ​ຮັບ​ສິນ​ບົນ 29 ຕື້ 800 ລ້ານ​​​ວອນ ​ແລະ ​​ເຜີຍ​ແຜ່​ຄວາມລັບຂອງ​ຊາດ​​ເປັນ​ຕົ້ນ ຈຶ່ງ​ໄດ້​ຕົກລົງ​ສັ່ງ​ຟ້ອງ​ຕໍ່​ສານ​ໃຫ້​ຈັບ​ໃນ​ວັນ​ທີ 27 ມີນາ​ນີ້ ຂະນະ​ທີ່ສື່​ມວນ​ຊົນ ສ.​ເກົາຫຼີ ກໍຄາດ​ຄະ​ເນ​ວ່າ: ຖ້າ​​​ເປັນໂທດ​ໃນ​ສະ​ຖານ​ການ​ຮັບ​ສິນ​ບົນ, ນາງ​ອາດ​ຈະ​ຖືກ​ຕັດສິນ​ຕິດ​ຄຸກ​ເປັນ​ເວລາ 10 ປີ​ຫຼື​ຫຼາຍ​ກວ່າ 10 ປີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ