ຈີນ​ຮຽກຮ້ອງ​ໃຫ້​ອາ​ຊຽນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັນ
2017-03-31 11:02:05  cri 
ຕາມ​ຂ່າວສານ​ຈີນ: ​ທ່ານ​ຂົງສວນ​ໂຢ້ ຜູ້​ຊ່ວຍ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວໃນ​ກອງ​ປະຊຸມ​ສຳ​ມະ​ນາ​ໂອກາດ​ສະຫຼອງ​ວັນ​ຄົບຮອບ 50 ປີ​​ແຫ່ງການ​ສ້າງ​ຕັ້ງ​ອາ​ຊຽນທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 30 ມີນາ​ນີ້ວ່າ, ຈີນ​ແລະ​ອາ​ຊຽນຄວນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັນ, ຂະຫຍາຍ​​ການ​ເປັນ​ເພື່ອນ​ມິດກັນ​ໃຫ້​ກວ້າງ​ອອກ ​ແລະ​ສ້າງ​ອະນຸ​ພາກພື້ນ​ໃຫ້​ຈະ​ເລີ​ນກວ່າ​ເກົ່າ.

ກອງ​ປະຊຸມ​ສຳ​ມະ​ນາດັ່ງກ່າວ​ໂດຍ​ສູນ​ຈີນ-ອາ​ຊຽນ ​ແລະ​ສະ​ຖາ​ບັນ​ຄົ້ນຄວ້າ​ບັນຫາ​ສາກົນ​ຈີນ​ຮ່ວມ​ກັນ​ຈັດ​ຂຶ້ນນັ້ນ ​ໄດ້​ເນັ້ນ​ໃສ່​ປຶກສາຫາລື​ໃນ​ຫົວ​ຂໍ້ "ຈຸດ​ເລີ່​ມ​ໃໝ່ ​ແລະ​ໂອກາດ​ໃໝ່". ຂະນະ​ທີ່ທ່ານ​ຂົງສວນ​​ໂຢ້​ກໍເຫັນ​ວ່າ​ຫົວ​ຂໍ້​ນີ້​ແທດ​ເໝາະ​ກັບ​ທີ່​ຕັ້ງ​ປະຫວັດສາດ​ແຫ່ງ​ການ​ພົວພັນ​ລະຫວ່າງ​ຈີນ​ແລະອາ​ຊຽນ​ໃນ​ປັດຈຸບັນ.

ທ່ານ​ຂົງສວນ​​ໂຢ້​ກ່າວ​ຕື່ມ​ວ່າ, ບັນດາ​ປະ​ເທດ​ອາ​ຊຽນ​ເປັນ​ເປົ້າ​ໝາຍ​ແລະ​ຄູ່​ຮ່ວມ​ມື​ທີ່​ສຳຄັນ​ສຳລັບ​ຈີນ​ໃນ​ການ​ຊຸກຍູ້​ສ້າງ "ໜຶ່ງ​ແລວ​ທາງ, ໜຶ່ງ​ເສັ້ນທາງ" ​ເຊິ່ງສອງ​ຝ່າຍ​ຄວນ​ກຳ​ໂອກາດ​ນີ້ ທັງ​ເພີ່​ມທະວີ​ການ​ເຊື່ອມ​ໂຍງ​ໃນການວາງ​ແຜນ​ພັດທະນາ, ລົງ​ເລິກ​ການ​ຮ່ວມ​ມືການ​ເຊື່ອມ​ຈອດ​ກັນ ​ແລະ​ການ​ຮ່ວມ​ມື​ດ້ານ​ຄວາມ​ສາມາດ​ການ​ຜະລິດ, ​ເປີດ​ກວ້າງ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນປະ​ໂຫຍ​ດ. ຂະນະ​ດຽວ​ກັນ, ຊຸກຍູ້​ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ​ໃນ​ຂົງ​ເຂດ​ການ​ຄ້າ, ການ​ລົງທຶນ, ການ​ສຶກສາ, ວັດທະນະທຳ ​ແລະ​ການທ່ອງທ່ຽວ​ລະຫວ່າງ​ຈີນ​​ແລະອາ​ຊຽນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ