​ໄທດັນ​ມວຍ​ໄທ​ເຂົ້າ​​ໃນ​ງານ​ໂອ​ລິ​ມປິກ 2024
2017-03-31 11:02:36  cri 
ຕາມ​ຂ່າວສານ​ຈີນ: ​​ໃນ​ແຜນຍຸດ​ທະ​ສາດ​ພັດທະນາ​ກິລາ​ແລະ​ທ່ອງ​ທ່ຽວ​ຮອບ 10 ປີຂອງ​ໄທ​ນັ້ນ, ປະ​ເທດ​ດັ່ງກ່າວຈະ​ພະຍາຍາມ​ເຮັດ​ໃຫ້​ມວຍ​ໄທ​ກາຍ​ເປັນ​ລາຍການ​ແຂ່ງຂັນ​ທາງ​ການ​ຂອງ​ງານ​ໂອ​ລິ​ມປິກ​ໃນ​ປີ 2024.

​​ເຈົ້າ​ໜ້າ​ທີ່​ກະຊວງທ່ອງທ່ຽວ​ແລະ​ກິລາ​ໄທ​ກ່າວ​ວ່າ, ອີງ​ຕາມ​ແຜນຍຸດ​ທະ​ສາດ​ດັ່ງກ່າວ, ຈະ​ສ້າງ​​ໃຫ້ເປັນ​ສູນ​ກິລາ​ພາກ​ພື້ນ​ພາຍ​ໃນ 5 ປີ ​ແລະ​ຈະເຮັດ​ໃຫ້​ມີ​ຖານະບົດບາດ​ຮັບ​ຈັດ​ງານ​ກິລາ​ລະດັບ​ສາກົນ​ຂອງ​ພາກ​ພື້ນ. ຂະນະ​ດຽວ​ກັນ, ຈະ​ພະຍາຍາມ​ເຮັດ​ໃຫ້​ມວຍ​ໄທ​ກາຍ​ເປັນ​ລາຍການ​ແຂ່ງຂັນ​ທາງ​ການ​​ໃນ​ງານ​ໂອ​ລິ​ມປິກ​ປີ 2024.

ຂ່າວ​ແຈ້ງ​ຕື່ມ​ວ່າ, ຫຼາຍ​ປີຜ່ານມາ, ​ໄທ​ໄດ້​ຈັດ​ງານ​ກິລາ​ລະດັບ​ສາກົນ​ມາ​ແລ້ວຫຼາຍ​ເທື່ອ​ ​ເປັນ​ຕົ້ນ​ການແຂ່ງຂັນ​ລົດຈັກ​ໂລກ, ການ​ແລ່ນ​ມາລາ​ທອນ​ສາກົນ​ໄທ ​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ