​CRI ​ເປີດ​ນຳ​ໃຊ້ APP ຫຼາຍ​ພາສາ
2017-03-31 15:41:48  cri 
ຕາມ​ຂ່າວCRI: 3 APP ຫຼາຍ​ພາສາ​ຂອງ CRI ຄື "ChinaNews, ChinaRadio ​ແລະ ChinaTV" ​ໄດ້​ເປີດ​ນຳ​ໃຊ້ ​ເຊິ່ງມີຈຸດປະສົງ​ເພື່ອ​ບໍລິການຮັບ​ໃຊ້ທົ່ວ​ໂລກ ​ໂດຍສາມາດ​ອ່ານ​ຂ່າວ, ​ຟັງ​ລາຍການ​ວິທະຍຸ ​ແລະ​ຊົມ​ວິ​ດີ​ໂອ​ໃນ APP ​ເຊິ່ງ​ໄດ້​ມີ​ການ​ບໍລິການ​ຄົບ​ທຸກ​​ສື່ ​ໂດຍ​ກົງ, ຕິດ​ແທດ​ຕົວ​ວຈິງ ​ແລະ​ແລກປ່ຽນ​ກັບ​ຜູ້ຊົມໃຊ້​ທົ່ວ​ໂລກ​ຊອກ​ໃນ​ການ​ຮູ້​ສະພາບ​ຂອງ​ຈີນ ​ແລະໂລກ. ການ​ເປີດ​ນຳ​ໃຊ້ APP ​ເຫຼົ່ານີ້​ກາຍ​ເປັນ​ຂີດ​ໝາຍ​ທີ່ສະ​ແດງ​ໃຫ້​ເຫັນ​ວ່າ ການ​ພັດທະນາ​ຫຼາກ​ຫຼາຍ​ສື່​ຂອງ CRI ​ໄດ້​ກ້າວ​ສູ່​ໄລຍະ​ໃໝ່.

CRI ສ້າງ​ຕັ້ງ​ຂຶ້ນ​​ເມື່ອ​ເດືອນ​ທັນວາປີ 1941 ​ເຊິ່ງມາ​ຮອດປັດຈຸບັນ ​ໄດ້ກະຈາຍສຽງ​ເປັນ 65 ພາສາ​ຕໍ່​ທົ່ວ​ໂລກ​ຕະຫຼອດ​ 24 ຊົ່ວ​ໂມງ ​ແລະ​ເປັນ​ອົງການ​ສື່​ສາກົນ​ທີ່​ໃຊ້​ພາສາ​ຫຼາຍ​ທີ່​ສຸດ​ໃນ​ໂລກ. ​​ຫຼາຍ​ປີ​ມໍ່ໆ​ມາ​ນີ້, CRI ​ໄດ້​ຍຶດໝັ້ນ "ຫຼາຍ​ສື່​ເຊື່ອມ​ໂຍງ​ກັນ ​ແລະ​ພັດທະນາ​ທຸກ​ສື່", ​ໄດ້​ຫັນຈາກອົງການ​ສື່​ວິທະຍຸ​ ກະຈາຍສຽງ​ຕໍ່​ໂລກກາຍ​ມາ​ເປັນ​ອົງການ​ໃຊ້​ຫຼາຍ​ສື່​​ໂຄສະນາ​ເຜີຍ​ແຜ່​ສາກົນ.

ການ​ເປີດ​ນຳ​ໃຊ້ APP ​ເຫຼົ່າ​ນີ້​ລ້ວນ​ແຕ່​ອີງ​ໃສ່​ແລະ​ເພີ່ມ​ທະວີ​ທ່າ​ແຮງ​ທີ່​ມີ​ຫຼາຍ​ພາສາ​ຂອງ CRI ​ແລະ​ບັນລຸ​ການ​​ໂຄສະນາ​ອອກ​ສູ່ສາກົນ​ບົນ​ພື້ນຖານ​ອິນ​ເຕີ​ເນັດ.

APP ຫຼາຍ​ພາສາ​ຂອງ CRI ທີ່​ຊື່ ChinaNews ໄດ້​ລວບ​ລວມຂ່າວ​ຫຼາຍ​ພາສາ​ຂອງ CRI ​ໄດ້​ເປີດ​ນຳ​ໃຊ້​ແລ້ວ ​ເຊິ່ງ APP ນີ້​ຈະ​ເນັ້ນ​ບໍລິການ​ກຸ່ມ​ຄົນ​ທີ່​ໄດ້​ພາສາ​ຕ່າງປະ​ເທດ ​​ໂດຍ​ມີ​ຫຼາຍ​ຮູບ​ແບບ​ໃນ​ການ​ນຳ​ສະ​ເໜີ ​ເຊັ່ນ ບົດ, ຮູບ​ພາບ, ສຽງ ​ແລະ​ການ​ຖ່າຍທອດ​ສົດ​ເປັນ​ຫຼາຍ​ພາສາ ​ເພື່ອ​ສົ່ງ​ຂ່າວ​ເດັ່ນ​ທັງ​ພາຍ​ໃນ​ແລະ​ຕ່າງປະ​ເທດ ລວມທັງ​ການ​ບັນຍາຍ​ເຫດການ​ເດັ່ນ​ດ້ວຍ​ສຽງ​ຜູ້​ຊ່ຽວຊານ ​ແລະນຳ​ໃຊ້ "ຂ່າວ​ເດັ່ນ​ອັນ​ດັບ​ຕົ້ນ​ໆ" ກະຈາຍສຽງຈາກ​ຈີນສູ່ໂລກ. ທັງ​ນີ້ APP ດັ່ງກ່າວ​ເປັນ​ປ່ອງຢ້ຽມ​ສຳ​ລັບ​ຜູ້​ຊົມ​ໃຊ້​ທົ່ວ​ໂລກ​ທີ່​ສາມາດຕິດຕາມ​ ​ແລະ​ຊອກ​ຮູ້​ສະພາບ​ຂອງ​ຈີນ ​ແລະ​ກໍ​ແມ່ນບ່ອນ​ພັກທາງ​​ໃຈ​ສຳລັບ​ຄົນ​ຈີນ​ທີ່​ອ​າໄສ​ຢູ່​ຕ່າງປະ​ເທດ.

APP ວິທະຍຸ​ຫຼາຍ​ພາສາ​ທີ່​ຊື່ ChinaRadio ​ໄດ້​ລວບ​ລວມລາຍການ​ວິທະຍຸ​ຫຼາຍ​ພາສາ​ ​ແລະຮູບ​ການ​ເຜີຍ​ແຜ່​ຫຼາຍ​ສື່ຂອງ CRI ​ເຊິ່ງຈະ​ເນັ້ນ​ບໍລິການ​ຜູ້​ຟັງທັງ​ພາຍ​ໃນ​ແລະ​ຕ່າງປະ​ເທດ, ສາມາດ​ຟັງ​ລາຍການ​ສົດ, ລາຍການບັນທຶກ ​ແລະ​ລາຍການ​ທີ່​ມີ​ເອກະລັກ​ພິ​ເສດ​ຕ່າງໆ​ຂອງCRI ​ເຊັ່ນ: ຂ່າວ​, ດົນຕີ, ຄວາມບັນ​ເທີ​ງ, ການ​ຮຽນ​ພາສາ​ ​ແລະ​ອື່ນໆ.

APP ວິ​ດີ​ໂອ​ຫຼາຍ​ພາສາ​ທີ່​ຊື່ ChinaTV ​ໄດ້​ລວບ​ລວມລາຍການ​ວິ​ດີ​ໂອ​ຂອງ CRI ​ເຊິ່ງລວມທັງ​ຊັບພະຍາກອນ​ຂ່າວ​ວິ​ດີ​ໂອ​ຂອງ​ສື່​ຮ່ວມ​ມື ​ແລະສື່​ຝ່າຍ​ທີ​ສາມ​ທັງ​ພາຍ​ໃນ​ແລະ​ຕ່າງປະ​ເທດ, ຮັບ​ໃຊ້​ຜູ້​ຊົມ​​ທົ່ວ​ໂລກ, ມີ​ລາຍການ​ລາຍ​ງານ​ຂ່າວ​ວິ​ດີ​ໂອ​ເຫດການ​ສາກົນ​ຢູ່​ຄາ​ທີ່​ທັນທີ ​ແລະ​ການຖ່າຍ​ທອດ​ສົດ​ກິດຈະກຳ​ສື່​ມວນ​ຊົນຂະໜາດ​ໃຫຍ່​ຕ່າງໆ, ມີ​ທັງ​ວິ​ດີ​ໂອ​ຫຼາຍ​ພາສາ ​ແລະ​ມີ​ລາຍການ​ຂ່າວ​ຂອງ​ສະຖານີ​ໂທລະພາບ 300 ກວ່າ​ແຫ່ງ​ພາຍ​ໃນ​ປະ​ເທດ​ຈີນ, ຊ່ອງ​ຖ່າຍ​ທອດ​ສົດ 140 ຊ່ອງ ​ແລະ​ຊ່ອງ​ໂທລະພາບ 3 ຊ່ອງ​ຂອງ CRI; ທັງ​ມີ​ລາຍການ​ຟີມ​ສາລະ​ຄະດີ​ດີ​ເດັ່ນ​ທົ່ວ​ໂລກ, ວິ​ດີ​ໂອ​ຫຼາຍ​ພາສາ​ທີ່ CRI ຖ່າຍ​ທຳ​​ເອງ, ​ລາຍການ​ຮູບ​ເງົາ​​ແລະ​ລະຄອນ​ໂທລະພາບ​ທີ່​ແປ​ເປັນ​ພາສາ​ທົ່ວ​ໄປ. ພະຍາຍາມ​ສ້າງ​ເປັນ APP ວິ​ດີ​ໂອ​ທີ່​ໂຄສະນາ​ວັດທະນະທຳ​ຈີນ​ຕໍ່​ຜູ້​ຊົມ​ໃຊ້​ຕ່າງປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ