ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​​ຢ້ຳ ລັດຖະບານ​ຈີນ​ໃຫ້ຄວາມ​ສຳຄັນ​ຕໍ່​ການ​ຮ່ວມ​ມື​ດ້ານ​ເສດຖະກິດ-ການ​ຄ້າ​ກັບສ.​ເກົາຫຼີ
2017-04-01 10:59:29  cri 
ໃນ​ພິທີ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 31 ມີນາ​ຜ່ານ​ມາ, ທ່ານ ລູ້​ຄ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ກ່າວ​ຢ້ຳວ່າ: ລັດຖະບານ​ຈີນ​​ໄດ້​ໃຫ້​ຄວາມ​ສຳຄັນ​ຕໍ່​ການ​ຮ່ວມ​ມື​ດ້ານ​ເສດຖະກິດ-ການ​ຄ້າ​ກັບສ.​ເກົາຫຼີ.

ຫຼັງສື່​ມວນ​ຊົນ​ ສ.​ເກົາຫຼີ ລາຍ​ງານ​ວ່າ: ຫວ່າງ​ມໍ່ໆ​ມາ​ນີ້,ທ່ານ ກິມຈາ​ງຊູ ​ເອກ​ອັກຄະ​ລັດຖະທູດ​ ສ.​ເກົາຫຼີ ປະຈຳ​ຈີນ​ໄດ້​ສົ່ງ​ຈົດໝາຍ​ທາງ​ການ​ຂໍຮ້ອງ​ ​ໃຫ້​ຟື້ນ​ຟູ​ການ​ດຳ​ເນີນ​ທຸລະ​ກິດ​ຂອງຮ້ານສັບພະ​ສິນຄ້າ LOTTE ທີ່​ເປັນ​ວິ​ສາ​ຫະກິດ ສ.​ເກົາຫຼີ ຢູ່ຈີນນັ້ນ,ທ່ານ ລູ້​ຄ່າງ ​ໄດ້​ຕອບ​ຄຳ​ຖາມ​ນັກ​ຂ່າວ​ວ່າ: ລັດຖະບານ​ຈີນ​ໄດ້​ໃຫ້​ຄວາມ​ສຳຄັນ​ຕໍ່​ການ​ຮ່ວມ​ມື​ດ້ານ​ເສດຖະກິດ-ການ​ຄ້າ​ລະຫວ່າງຈີນ- ສ.​ເກົາຫຼີ. ພວກ​ຂ້າພະ​ເຈົ້າ​ຍິນ​ດີ​ຕ້ອນ​ຮັບ​ວິ​ສາ​ຫະກິດ​ຕ່າງປະ​ເທດ​ລວມທັງ​ວິ​ສາ​ຫະກິດ​ຂອງ​ ສ.​ເກົາຫຼີ ມາ​ລົງທຶນ​ແລະ​ປະກອບ​ທຸລະ​ກິດ​ຢູ່​ຈີນ, ພວກ​​ເຮົາ​ຈະ​ປົກ​ປ້ອງ​ຜົນ​ປະ​ໂຫຍ​ດທີ່​ຊອບ​ດ້ວຍ​ກົດໝາຍ​ຂອງ​ວິ​ສາ​ຫະກິດ​ຕ່າງປະ​ເທດ​ຢູ່​ຈີນ​ຕາມ​ກົດໝາຍ, ​ແຕ່​ມີ​ເງື່ອນ​ໄຂ​ເບື້ອງ​ຕົ້ນ​ວ່າ ວິ​ສາ​ຫະກິດ​ທີ່​ກ່ຽວຂ້ອງ​ຢູ່​ຈີນຕ້ອງ​ດຳ​ເນີນ​ທຸລະ​ກິດ​​ຕາມ​ກົດໝາຍ​ແລະ​ກົດ​ລະບຽບຂອງ​ຈີນ​ເທົ່າ​ນັ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ