ສະ​ຖາ​ບັນ​ຂົງຈື້ຂອງ​ມະຫາວິທະຍາ​ໄລ​ດາ​ກາ​ຈັດ​ພິທີສະຫຼຸບ​ຜົນສຳ​ເລັດການສຶກສາ​ຂອງ​ນັກ​ສຶກສາວິຊາ​ພາສາ​ຈີນ​ຄັ້ງ​ທຳ​ອິດ
2017-04-01 11:21:14  cri 
ວັນ​ທີ 30 ມີນາ​​ຜ່ານ​ມາ, ພິທີ​ສະຫຼຸບ​ຜົນສຳ​ເລັດການ​ສຶກສາ​ຂອງ​ນັກ​ສຶກສາວິຊາ​ພາສາ​ຈີນ​ຄັ້ງ​ທຳ​ອິດ​ຂອງ​ສະ​ຖາ​ບັນ​ຂົງຈື້ມະ​ຫາ​ວິທະຍາ​ໄລ​ດາ​ກາ ​ແລະ ພິທີ​​ເປີດ​ສົກ​ຮຽນ​​ໃໝ່​ປີ 2017 ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ດາ​ກາປະ​ເທດ​ບັງ​ກລາ​ເດັດ​​.

ຢູ່​ສະ​ຖາ​ບັນ​ຂົງຈື້ດັ່ງກ່າວ​ມີ​ນັກ​ສຶກສາ 55 ຄົນ​ໄດ້​ຮັບ​ໃບ​ຢັ້ງຢືນ​ຈົບ​ພາສາ​ຈີນ, ​ໃນ​ນັ້ນ​ນັກ​ສຶກສາ​ທີ່​ມີ​ຜົນການ​ເສັງ​ລະດັບ​ພາສາ​ຈີນ HSK ​ທີ 1 ມີ 33 ຄົນ, ​ທີ​ສອງ​ 8 ຄົນ ​ແລະ ທີ​ສາມ 5 ຄົນ, ສ່ວນຜູ້​ທີ່ຜ່ານ​ການຮຽນ​ແລະ​​ເສັງຫຼັກສູດ "ບັນ​ລະ​ຍາຍ​ພາສາ​ຈີນແລະ​ວັດທະນະ​ນຳ​ຈີນທົ່ວ​ໄປ" ມີ 9 ຄົນ.

​ເຈົ້າ​ໜ້າ​ທີ່ສະ​ຖາ​ບັນ​ຂົງຈື້​ດັ່ງກ່າວໃຫ້​ຮູ້​ວ່າ: ນັກ​ສຶກສາ​ທີ່​ຈົບວິຊາ​ພາສາ​ຈີນ​​ເວັ້ນ,​ສ່ວນ​ໜຶ່ງ​ຈະຮຽນ​ພາສາ​ຈີນຕໍ່​ຢູ່​​ສະ​ຖາ​ບັນ​ຂົງຈື້ມະຫາວິທະຍາ​ໄລດາ​ກາ, ຂະນະ​ທີ່​ບາງ​ຄົນ​ໄດ້​ຂໍ​ທຶນ​ການ​ສຶກສາ​ຕໍ່ສະ​ຖາ​ບັນ​ຂົງຈື້​ແລະ​ລັດຖະບານ​ຈີນ ​ເພື່ອກຽມ​ຮຽນ​ຕໍ່​ຢູ່​ຈີນ ນອກ​ນີ້ຍັງ​ມີ​ອີກ​ສ່ວນ​ໜຶ່ງ​ໄດ້​ຮັບ​ການ​ວ່າ​ຈ້າງ​​ເຮັດວຽກ​ຈາກ​ບໍລິສັດ​​ຈີນ. ຫຼັງ​ພິທີ, ສະ​ຖາ​ບັນ​ຂົງຈື້ຂອງ​ມະຫາວິທະຍາ​ໄລ​ດາ​ກາ​ກໍໄດ້​ຮັບ​​ເອົານັກ​ສຶກສາ​ພາກຮຽນ​ລະດູ​ບານ​ໃໝ່​ປີ 2017.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ