ໂຄງການ "ວັດທະນະທຳ​ຈີນ​ກ້າວ​ເຂົ້າ​ສູ່​ອາ​ຊຽນ" ຢູ່​ໄທ​​ໄຂຶ້ນຢ່າງ​ເປັນ​ທາງ​ການ
2017-04-01 15:42:18  cri 
​ພິທີ​ໄຂໂຄງການ "ວັດທະນະທຳ​ຈີນ​ກ້າວ​ເຂົ້າສູ່​ອາ​ຊຽນ" ​ໄດ້​ຈັດ​ຂຶ້ນ​ຢູ່​ສູນວັດທະນະທຳ​ຈີນ​​ໃນ​ບາງກອກ​ປະ​ເທດ​ໄທ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 31 ມີນາ​ຜ່ານ​ມາ. ​ໂດຍທ່ານ​ວິຊະນຸ ​ເຄືອງາມ ຮອງ​ນາຍົກລັດຖະມົນຕີ​ໄທ​, ທ່ານ​ຫຼິວ​ເຈິິ້ນມິນ ຮອງລັດຖະມົນຕີກະຊວງ​ການ​ຕ່າງປະ​ເທດຈີນ​ແລະ​ແຂກຮັບ​ເຊີນ​ໄດ້​ເຂົ້າ​ຮ່ວມ​ພິທີ​ດັ່ງກ່າວ.

​ໂຄງການ "ວັດທະນະທຳ​ຈີນ​ກ້າວ​ເຂົ້າ​ສູ່​ອາ​ຊຽນ" ​ແມ່ນ​ໂຄງການ​ແລກປ່ຽນ​ວັດທະນະທຳ​ສາກົນ​ທີ່​ຖື​ເອົາ​ປະ​ເທດ​ອາ​ຊຽນ​ເປັນ​​ເປົ້າ​ໝາຍ​ແລກປ່ຽນ​ເປັນ​ພິ​ເສດ, ​ໂດຍ​​ຈຸດປະສົງກໍ​ເພື່ອ​ແລກປ່ຽນ​ທັດ​ສະ​ນະ​ຄະຕິ​ດ້ານ​ວັດທະນະທຳ​ແລະ​ການ​ພັດທະນາ​ຂອງ​ສອງ​ຝ່າຍ, ​ແລະ​ຊຸກຍູ້​ການ​ສ້າງ​ຄວາມ​ເຂົ້າ​ໃຈ​ຂອງ​ປະຊາ​ຊົນ​ໃຫ້​ໜັກ​ແໜ້ນ​ກວ່າ​ເກົ່າ.

​ໂອກາດ​ນີ້, ທ່ານ​ຫຼິວ​ເຈິ້ນ​ມິນ, ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ຫວັງ​ວ່າ​ໂຄງການ​ນີ້ຈະ​ສາມາດ​ລົງ​ເລິກ​ການ​ແລກປ່ຽນ​ສິລະ​ປະວັດ​ທະນະ​ທຳ​ລະຫວ່າງ​ຈີນ​ກັບ​ໄທ, ​ທັງ​ເປັນ​ການເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ກັນ​ແລະ​ສົ່ງ​ເສີມມິດຕະພາບ​ທີ່​ມີ​ມູນ​ເຊື້ອ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ, ​ແລະ​ສາມາດຊຸກຍູ້ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ຂະຫຍາຍ​ຕົວ​ກ້າວ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ