ຣັດ​ເຊຍ​ຈະ​ໃຊ້ Robot ​ສຳຫຼວດດວງ​ຈັນ
2017-04-01 15:54:29  cri 
ກຸ່ມ​ບໍລິສັດ​ການບິນ​ອະວະກາດຣັດ​ເຊຍ​ເປີດ​ເຜີຍ​ໃນ​ວັນ​ທີ 31 ມີນາ​ຜ່ານ​ມາ​ວ່າ, ຍານ​ອະວະກາດບັນທຸກ​ຄົນຮຸ້ນ​ໃໝ່ "Federation" ຈະ​ທົດ​ລອງບິນ​​ໂດຍ​ບໍ່​ບັນທຸກ​ຄົນ​ໃນ​ປີ 2021, ​ແລະ​ເຖິງ​ເວລາ​ນັ້ນ, Robot ​ທີ່​ຊື່ວ່າ Fyodor ຈະ​ກາຍ​ເປັນ​ຜູ້​ໂດຍສານຄົນ​ທຳ​ອິດ​ຂອງ​ຍານ​ອະວະກາດ.

​​ແຜນການສົ່ງ Robot Fyodor ຂຶ້ນ​ຍານ​ອະວະກາດ Federation ​ແລະ​ບິນ​ເປັນ​ຄັ້ງ​ທຳ​ອິດ​ທີ່ໄດ້​ຜ່ານ​ການ​ພິຈາລະນາ​ແລະ​ອະນຸມັດ​ແລ້ວ, ຈະ​ເຮັດ​ໃຫ້ມັນ​​ກາຍ​ເປັນນັກ​ບິນ​ອະວະກາດ​ຄົນ​ຜູ້​ທຳ​ອິດ​ຂອງ​ຍານ​ອະ​ວະ​ກາດ​ດັ່ງກ່າວ. ຍານ​ອະ​ວະ​ກາດບັນທຸກ​ຄົນ "Federation" ຂອງຣັດ​ເຊຍ​ຈະບິນ​ສູ່ອະ​ວະ​ກາດ​​ເປັນຄັ້ງ​ທຳ​ອິດ​ໃນ​ປີ 2023.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ